ອີຣານໃຫ້ຄຳໝັ້ນສັນຍາໜູນຊ່ວຍອີຣັກຕ້ານກໍ່ການຮ້າຍ

ອີຣານໃຫ້ຄຳໝັ້ນສັນຍາໜູນຊ່ວຍອີຣັກຕ້ານກໍ່ການຮ້າຍ - ảnh 1
(ພາບປະກອບ: AFP/TTXVN)

​(vovworld) - ​ວັນ​ທີ 17/06, ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani ຢືນ​ຢັນ​ວ່າ, ​ເຕ​ເຣຣານ ຈະ​ສືບ​ຕໍ່​ສະໜັບ​ສະ​ໜູນ​ອີຣັກ ​ໃນ​ການ​ຕໍ່ສູ້​ຕ້ານ​ລັດທິກໍ່​ການ​ຮ້າຍ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ, ຄວາມ​ສະຫງົບ​ປອດ​ໄພ​ຂອງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ນີ້​ມີ​ສ່ວນ​ກ່ຽວຂ້ອງ​​ເຊິ່ງກັນ​ ​ແລະ ກັນຢ່າງ​​ແໜ້ນ​ແຟ້ນ. ກ່າວ​ຄ​ຳ​ເຫັນ​ທີ່​ການ​ເຈລະຈາ​ຢູ່​ນະຄອນຫຼວງ​ເຕ​ເຣຣານ ກັບ​ທ່າ​ນນາຍົກລັດຖະມົນຕີອີຣັກ Haider al Abadi, ທ່ານ​ປະທານາທິບໍດີ Rouhani ຖື​ວ່າ, ຄວາມ​ຮັບ​ຜິດ​ຊອບ​ຕົ້ນ​ຕໍ່​ໃນ​ການ​ຕໍ່ສູ້ ​ແລະ ຕີ​​​ເອົາ​ໄຊຊະນະ​ລັດທິ​ກໍ່​ການ​ຮ້າຍແມ່ນ​ຂຶ້ນ​ກັບ​ອີຣັກ ​ແລະ ກອງທັບ​ຂອງປະ​ເທດ​ນີ້, ​ແຕ່​ເນັ້ນ​ໜັກ​ວ່າ ອີຣານ ​ໄດ້, ພວມ ​ແລະ ຈະ​ສືບ​ຕໍ່​ຮຽງ​ບ່າ​ຮຽງ​ໄລ່​ກັບ​ລັດຖະບານ ​ແລະ ປະຊາຊົນ​ອີຣັກ.

      ສ່ວນ​ທ່ານ​ນາຍົກລັດຖະມົນ​ຕີ​ອີຣານ Haider al Abadi ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​​ເຫຼືອມິ​ດຕະພາບ​ຂອງ​ອີຣານ ສຳລັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຕ້ານ​ກໍ່​ການ​ຮ້າຍ​ຂອງ​ແບກ​ແດດ ​ແລະ ຖື​ວ່າ, ການ​ໜູນ​ຊ່ວຍ​ດັ່ງກ່າວຂອງ​ເຕ​ເຣຣານ ຈະ​ຊ່ວຍຕີ​ເອົາ​ຊະນະ​ກຸ່ມ​​ລັດ​ອິດສະລາມ (IS) ​ອ້າງ​ຊື່​ເອງ ຢູ່​ທັງ​ອີຣັກ ​ແລະ ຢູ່ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.

ຂ່າວ/ບົດ​ອື່ນ