ອວຍພອນ 79 ປີແຫ່ງວັນຊາດ ສສ.ຫວຽດນາມ ຢູ່ ໄທ ແລະ ມາເລເຊຍ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ຢືນຢັນຄຳໝັ້ນສັນຍາຮ່ວມມືກັນຢ່າງແໜ້ນແຟ້ນກັບເພື່ອນຮ່ວມງານ, ຄູ່ຮ່ວມມື ແລະ ເພື່ອນມິດ ໄທ ເພື່ອປົກປ້ອງບັນດາຜົນງານລວມຂອງ 2 ຝ່າຍ
ອວຍພອນ 79 ປີແຫ່ງວັນຊາດ ສສ.ຫວຽດນາມ ຢູ່ ໄທ ແລະ ມາເລເຊຍ - ảnh 1(ພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສສ.ຫວຽດນາມ ຢູ່ ບາງກອກ)

        ຕອນຄ່ຳວັນທີ 29 ສິງຫາ, ຢູ່ ບາງກອກ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ຈັດພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2024). ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ, ຢືນຢັນການເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ນ້ຳໃຈ ແລະ ການໜູນຊ່ວຍ, ຊ່ວຍເຫຼືອທີ່ລ້ຳຄ່າຈາກບັນດາຄູ່ຮ່ວມມື, ເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນທີ່ສະຫງວນໃຫ້ແກ່ ຫວຽດນາມ ໃນຕະຫຼອດຊຸມປີຜ່ານມາ ເພື່ອໃຫ້ ຫວຽດນາມ ສາມາດບັນລຸໄດ້ຜົນງານຄືໃນທຸກວັນນີ້. ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ຢືນຢັນຄຳໝັ້ນສັນຍາຮ່ວມມືກັນຢ່າງແໜ້ນແຟ້ນກັບເພື່ອນຮ່ວມງານ, ຄູ່ຮ່ວມມື ແລະ ເພື່ອນມິດ ໄທ ເພື່ອປົກປ້ອງບັນດາຜົນງານລວມຂອງ 2 ຝ່າຍ, ພ້ອມທັງເປີດກວ້າງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ເລິກເຊິ່ງກວ່າ.

ອວຍພອນ 79 ປີແຫ່ງວັນຊາດ ສສ.ຫວຽດນາມ ຢູ່ ໄທ ແລະ ມາເລເຊຍ - ảnh 2ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ມາເລເຊຍ ເທບຖະວອນ  ແສງມະນີ ໄດ້ໄປສະຖານທູດ ຫວຽດນາມ ປະຈຳ ກົວລາລຳເປີ
(ພາບ: TTXVN)

        ແລະກໍ່ໃນວັນດຽວກັນ, ຢູ່ ມາເລເຊຍ, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ມາເລເຊຍ ເທບຖະວອນ  ແສງມະນີ ແລະ ພະນັກງານສະຖານທູດ ລາວ, ໄດ້ໄປສະຖານທູດ ຫວຽດນາມ ປະຈຳ ກົວລາລຳເປີ ເພື່ອອວຍພອນ, ເນື່ອງໃນໂອກາດວັນຊາດ ຫວຽດນາມ ຄົບຮອບ 79 ປີ. ໂດຍຂອບໃຈຕໍ່ນ້ຳໃຈຂອງຝ່າຍ ລາວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ດິງຫງອັກລິງ, ສະແດງຄວາມປາດຖະໜາວ່າ ສະຖານທູດ 2 ປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າໃນຂອບເຂດ ອາຊຽນ, ເພື່ອປະກອບສ່ວນຕັ້ງໜ້າເຂົ້າໃນການສ້າງປະຊາຄົມ ອາຊຽນ ສາມັກຄີ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ