ອວຍ​ພອນ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ 2021

(VOVWORLD) -ໃນຈົດໝາຍ, ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຝາກຄຳອວຍພອນທີ່ດີງາມທີ່ສຸດ ມາຍັງຜູ້ມີຍົດຖາບັນດາສັກ, ພະສົງສາມະເນັນ, ພຸດທະສາສະນິກກະຊົນ ຂອງສະມາຄົມພຸດທະສາສະໜາຫວຽດນາມ;
ອວຍ​ພອນ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ 2021 - ảnh 1

ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ (ພາບ: TTXVN)

     ເນື່ອງໃນໂອກາດວັນບຸນວິສາຂະບູຊາ 2021, ພສ 2565 ຂອງພຸດທະສາສະນິກກະຊົນ, ວັນທີ 17 ພຶດສະພາ, ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີຈົດໝາຍອວຍພອນ ພຸດທະສາສະນິກກະຊົນໃນທົ່ວປະເທດ.

   ໃນຈົດໝາຍ, ທ່ານ ໂດ້ວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຝາກຄຳອວຍພອນທີ່ດີງາມທີ່ສຸດ ມາຍັງຜູ້ມີຍົດຖາບັນດາສັກ, ພະສົງສາມະເນັນ, ພຸດທະສາສະນິກກະຊົນ ຂອງສະມາຄົມພຸດທະສາສະໜາຫວຽດນາມ; ອວຍພອນໃຫ້ພະສົງສາມະເນັນ, ພຸດທະສາສະນິກກະຊົນພາຍໃນ ແລະ ຕ່າງປະເທດ ຈົ່ງຕ້ອນຮັບ ວັນບຸນວິສາຂະບູຊາ ດ້ວຍຄວາມເບີກບານມ່ວນຊື່ນ, ສະຫງົບ ແລະ ຍາມໃດກໍ່ສາມັກຄີກັນໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ