ອວຍພອນພະສົງສາມະເນນ, ພຸດທະສາສະນິກກະຊົນເນື່ອງໃນໂອກາດວັນວິສາຂະບູຊາ ຄສ. 2017

(VOVWORLD)-ຕອນບ່າຍວັນທີ 07/05 ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມຫ້ອງການ 2 ສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ (ເມືອງ 3, ນະຄອນ ໂຮ່ຈີມິນ) ແລະ ຄະນະບໍລິຫານງານອົງການສາສະໜາ - ສັງຄົມສູນກາງ (ເມືອງ 6 ນະຄອນ ໂຮ່ຈີມິນ)
ອວຍພອນພະສົງສາມະເນນ, ພຸດທະສາສະນິກກະຊົນເນື່ອງໃນໂອກາດວັນວິສາຂະບູຊາ ຄສ. 2017 - ảnh 1 ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມຄະນະບໍລິຫານງານອົງການສາສະໜາ - ສັງຄົມສູນກາງ

ເນື່ອງໃນໂອກາດວັນວິສາຂະບູຊາປີ ພສ. 2561 (ປີ 2017). ທ່ານ ຫງວຽນທ້ຽນເຍີນ ໄດ້ສົ່ງຄຳອວຍພອນດີງາມທີ່ສຸດເຖິງພະມະຫາອາຈານ ທິກທ້ຽນເຍີນ ປະທານສະພາບໍລິຫານສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ, ຜູ້ນຳສະມາຄົມພຸດທະສາສະໜາ ແລະ ບັນດາພະສົງສາມະເນນ, ພຸດທະສາສະນິກກະຊົນໃນທົ່ວປະເທດ. ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ: ພຸດທະສາສະໜາ ໄດ້ເຂົ້າຮ່ວມ ບັນດາຂະບວນການຂອງປະເທດເກືອບທັງໝົດຢ່າງຕັ້ງໜ້າຄື ເບິ່ງແຍງດູແລໜູນຊ່ວຍຄົນທຸກຍາກ, ຕອບບຸນແທນຄຸນ, ຂົນຂວາຍປະຊາຊົນປະຕິບັດຊີວິດວັດທະນະທຳ, ພັດທະນາການສຶກສາ, ເຂົ້າຮ່ວມການຮັກສາສິ່ງແວດລ້ອມ, ປ້ອງກັນຕ້ານການປ່ຽນແປງຂອງດິນຟ້າອາກາດ…ຄຽງຂ້າງນັ້ນ ພຸດທະສາສະໜາຍາມໃດກໍ່ແມ່ນແຫ່ງຮັກສາ, ມູນເຊື້ອວັດທະນະທຳ, ຈິດວິນຍານຂອງຊາວ ຫວຽດນາມ. ທ່ານ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ຈະສືບຕໍ່ສ້າງທຸກເງື່ອນໄຂດີສຸດ ເພື່ອໃຫ້ສະມາຄົມພຸດທະສາສະໜາເສີມຂະຫຍາຍບົດບາດຂອງຕົນ.

  ແລະກໍ່ໃນວັນທີ 07/05 ຢູ່ນະຄອນ ເກີນເທີ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ແລະ ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ ແລະ ນະຄອນ ເກີນເທີ ໄດ້ອວຍພອນພະສົງສາມະເນນ, ພຸດທະສາສະນິກກະຊົນເນື່ອງໃນໂອກາດວັນວິສາຂະບູຊາ 2017. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືພໍ່ແມ່ປະຊາຊົນບັນດາເຜົ່າ, ໃນນັ້ນມີພໍ່ແມ່ປະຊາຊົນຊາວ ຂະແມ ແມ່ນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກຸ່ມກ້ອນສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ ໄດ້.

ແລະ ກໍເນື່ອງໃນໂອກາດວັນບຸນວິສາຂະບູຊາ ພ.ສ 2561, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເລບ້າຈິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງເທື່ອທຽນເຫ້ວ. ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເລບ້າຈິງໄດ້ສົ່ງຄຳອວຍພອນອັນດີງາມເຖິງບັນດາຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນັນ, ພຸດທະສາສະນິກກະຊົນໃນແຂວງເທື່ອທຽນເຫ້ວ ຈົ່ງຕ້ອນຮັບວັນບຸນວິສາຂະບູຊາຢ່າງເບີກບານມ່ວນຊື່ນ ແລະ ຜາສຸກ. ໂດຍຕາງໜ້າສະມາຄົມພຸດທະສາສະໜາແຂວງເທື່ອທຽນເຫ້ວ, ພະມະຫາອາຈານ ທິກດຶກແທງ ຫົວໜ້າ ຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງເທື່ອທຽນເຫ້ວ ຢືນຢັນວ່າ ຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງເທື່ອທຽນເຫ້ວສືບຕໍ່ສາມັກຄີ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງສາສະໜາພຸດ, ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການແຂ່ງຂັນຮັກຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ