ອວຍພອນສະຖານທູດກຳປູເຈຍເນື່ອງໃນໂອກາດບຸນປະເພນີCholChnan Thmay


ອວຍພອນສະຖານທູດກຳປູເຈຍເນື່ອງໃນໂອກາດບຸນປະເພນີCholChnan Thmay  - ảnh 1
(ທ່ານລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການ ບຸ່ຍ​ແທງ​ເຊີນ)

(vovworld) –​​ ເນື່ອງ​ໃນ​ໂອ​ກາດ​ບຸນ​ປະ​ເພ​ນີ Chol Chnan Thmay, ໃນ​ຕອນ​ເຊົ້າ​ວັນ​ທີ 7/4, ​ທ່ານ ບຸ່ຍ​ແທງ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່ ພະ​ນັກ​ງານ, ພາ​ລະ​ກອນ ສະ​ຖານ​ທູດ​ກຳ​ປູ​ເຈຍ ປະ​ຈຳ​ ຫວຽດ​ນາມ. ໃນ​ໂອ​ກາດນີ້,  ທ່ານ ລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການ ບຸ່ຍ​ແທງ​ເຊີນ ໄດ້ສົ່ງ​ພອນ​ໄຊ​​ອັນ​ປະ​ເສີດ​ ມາ​ຍັງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ກຳ​ປູ​ເຈຍ  ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ບົນ​ພື້ນ​ຖານ​ບັນ​ດາ​ຜົນ​ງານ​ທີ່​ພົ້ນ​ເດັ່ນ ກ່ຽວ​ກັບ ເສດ​ຖະ​ກິດ, ການ​ເມືອງ ແລະ ວັດ​ທະ​ນະ​ທຳ​-ສັງ​ຄົມ ໃນ​ປີ 2015, ກຳ​ປູ​ເຈຍ ຈະ​ສືບ​ຕໍ່​ຍາດ​ໄດ້ບັນ​ດາ​ບາດ​ກ້າວ​ໃໝ່ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.  ທ່ານລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການ ບຸ່ຍ​ແທງ​ເຊີນ  ຢັ້ງ​ຢືນ​ວ່າ ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ-ກຳ​ປູ​ເຈຍ ປີ 2015 ​ຜ່ານ​ມາ ສືບ​ຕໍ່​ມີ​ບັນ​ດາ​ບາດ​ກ້າວ​ ພັດ​ທະ​ນາ​ຢ່າງ​ແຮງ ໃນ​ທຸກ​ຂົງ​ເຂດ,  ເປັນ​ຕົ້ນ​ແມ່ນ​ການ​ ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ. ສ່ວນ​ ທ່ານ Hun Phany ເອກ​ອັກ​ຄະ​ລະ​ຖະ​ທູດ ກຳ​ປູ​ເຈຍ ປະ​ຈຳ ຫວຽດ​ນາມ ກໍ່ອວຍ​ພອນ​ ຫວຽດ​ນາມ ທີ່ເລືອກເຟັ້ນ ​ບັນ​ດາ​ການ​ນຳ​ໃໝ່ ຂອງ​ສະ​ພາ​ແຫ່ງ​ຊາດ, ລັດ ແລະ ລັດ​ຖະ​ບານ​ໄດ້. ທ່ານ ເອກ​ອັກ​ຄະ​ລະ​ຖະ​ທູດ Hun Phany ເຊື່ອ​ໝັ້ນ​ວ່າ ບັນ​ດາ​ການ​ນຳ​ໃໝ່ ຈະ​ສືບ​ຕໍ່​ນຳ​ພາ​ ຫວຽດ​ນາມ​ ພັດ​ທະ​ນາ​ຢ່າງ​​ແຮງ, ຍາດ​ໄດ້​ຫລາຍ​ຜົນງານ​ທີ່​ພົ້ນ​ເດັ່ນ​ ໃນ​​ບັນ​ດາຂົງ​ເຂດ​: ການ​ເມືອງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ-ສັງ​ຄົມ ກວ່າ​ອີກ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Hun Phany ເນັ້ນ​ໜັກ​ວ່າ ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ຈະ​​ສ້າງບັນ​ດາ​​ກາ​ລະໂອ​ກາດ ສະ​ດວກ ເພື່ອ​ໃຫ້ ກຳ​ປູ​ເຈຍ ແລະ ລາວ ພ້ອມ​ກັນ​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງຫຼາຍ​ກ່​ວາ​ອີກ.

ຂ່າວ/ບົດ​ອື່ນ