ອອກວີຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເພື່ອແນໃສ່ຮັບໃຊ້ການເຊື່ອມໂຍງເສດຖະກິດເລິກເຊິ່ງ,ກ້ວາງຂວາງ

ອອກວີຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເພື່ອແນໃສ່ຮັບໃຊ້ການເຊື່ອມໂຍງເສດຖະກິດເລິກເຊິ່ງ,ກ້ວາງຂວາງ - ảnh 1
ພາບ​ປະ​ກອບ

(vovworld) – ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ຕອນ​ບ່າຍ​ວັນ​ທີ 9/11, ໂດຍ​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ, ທ່ານ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໄດ້​ສະ​ເໜ​ີ​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ທົດ​ລອງ​ການ​​ອອກ​ວ​ີ​ຊາເອ​ເລັກ​ໂຕ​ນິກ​ໃຫ້​ຊາວ​ຕ່າງ​ປະ​ເທດ​ເຂົ້າ​ເມືອງ ຫວຽດ​ນາມ. ຮ່າງ​ມະ​ຕິ​ມີ 7 ມາດ​ຕາ, ໃນ​ນັ້ນ ໄດ້​ມອບ​ໃຫ້​ລັດ​ຖະ​ບານ​ປະ​ຕິ​ບັດ​ທົດ​ລອງ​ການ​​ອອກ​​ວີ​ຊາໃຫ້​ຊາວ​ຕ່າງ​ປະ​ເທດ​ພວມ​ຢູ່​ຕ່າງ​ປະ​ເທດ​ມີ​ຄວາມ​ຕ້ອງ​ການ​ເຂົ້າ​ເມືອງ ຫວຽດ​ນາມ ຜ່ານ​ລະ​ບົບ​ເອ​ເລັກ​ໂຕ​ນິກ, ກຳ​ນົດ​ວີ​ຊາ​ເອ​ເລັກ​ໂຕ​ນິກ​ມີ​​ຄຸນ​ຄ່າເທື່ອ​ໜຶ່ງ, ບໍ່​ເກີນ 30 ວັນ. ຫວຽດ​ນາມ ຈະ​ທົດ​ລອງວີ​ຊາ​ເອ​ເລັກ​ໂຕ​ນິກ​ໃນ​ເວ​ລາ 2 ປີ, ເລີ່ມ​ແຕ່ 1/1/2017, ຫຼັງ​ຈາກນັ້ນ, ລັດ​ຖະ​ບານ ຈະ​ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ ພິ​ຈາ​ລະ​ນາ ປັບ​ປຸງ, ເພີ່ມ​ເຕີມ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຂົ້າ - ອອກ​ເມືອງ, ຢູ່ ອາ​ໄສ​ຂອງ ຊາວ​ຕ່າງ​ປະ​ເທດ​ຢູ່ ຫວຽດ​ນາມ. ເມື່ອ​ເຕື້ອງ​ເຖິງ​ຄວາມ​ໝາຍ​ຂອງ​ການ​ປະ​ກາດ​ໃຊ້​ມະ​ຕິ, ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ, ຖື​ວ່າ:

       “ການ​​ອອກ​ວີ​ຊາ​ເອ​ເລັກ​ໂຕ​ນິກ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ເຂົ້າ​ເມືອງ ຫວຽດ​ນາມ ຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ເງື່ອນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ​ປະ​ເທດ​ຊາດ, ຮັບ​ໃຊ້​ໃຫ້​ພາ​ລະ​ກິດ​ແຫ່ງ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ, ຮອບ​ດ້ານ​ຂອງ ຫວຽດ​ນາມ. ພ້ອມ​ກັນ​ນັ້ນ ກໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ແນ​ໃສ່​ດຶງ​ດູດ​ຊາວ​ຕ່າງ​ປະ​ເທດ​ເຂົ້າ​ມາ ຫວຽດ​ນາມ ລົງ​ທຶນ, ທ່ອງ​ທ່ຽວ.”


ຂ່າວ/ບົດ​ອື່ນ