ອອກສະເຫນີຕົວປື້ມເຫລັ້ມທີ2ກ່ຽວກັບປະທານໂຮ່ຈິມີນຢູ່ການາດາ

ອອກສະເຫນີຕົວປື້ມເຫລັ້ມທີ2ກ່ຽວກັບປະທານໂຮ່ຈິມີນຢູ່ການາດາ - ảnh 1
ດຣ ຫງວຽນ​ດາຍ​ຈາງທີ່ພິທີອອກສະເຫນີຕົວ
ພາບ:internet


(vovworld)- ປື້​ມ“​ໂຮ່ຈີ​ມີນ:ວັດທະນະທຳ​ມະນຸດ ​ແລະ ພັດທະນາ” ຊື່​ງ​ແມ່ນ​ປື້​ມ​ເຫລັ້ມ​ທີ 2 ​ໂດຍ​ ດຣ ຫງວຽນ​ດາຍ​ຈາງ ຄູ​ສອນ​ພະ​ແນ​ກບໍລິຫານ​ທຸລະ​ກິດ ຢູ່​ ວິທະຍາ​ໄລ Centennial ​ເປັນ​ຜູ້​ຂຽນ ຫາ​ກໍ​ຖືກ​ສະ​ເຫ​ນີຕົວ​ຢູ່​ນະຄອນ Toronto ປະ​ເທດ ກາ​ນາ​ດາ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ໂຕ​ແອ​ງຢູງ ​ເອກ​ອັກຄະ​ລັດ​ຖະທູດ ຫວຽດນາມ ປະຈຳກາ​ນາ​ດາ ຕີ​ລາຄາ​ສູງ​ ​ດຣ ຫງວຽນ​ດາຍ​ຈາງ ຊື່​ງ​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຜູ້​ທຳ​ອິດ​ມີ​ ກິດຈະກຳ​ຄົ້ນ​ຄ້ວາ​ວິທະຍາສາດກ່ຽວ​ກັບ​ປະທານ​ໂຮ່ຈິ​ມີນທີ່​ມີ​ຄວາມ​ໝາຍ​ ​ແລະ ປາດ​ຖະຫນາ​ວ່າ ປື້​ມ​ເຫລັ້ມ​ນີ້​ຈະ​ຊ່ວຍ​ຜູ້​ອ່ານ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າ​ໃຈ​ຕື່ມກ່ຽວ​ກັບ​ຄຸນຄ່າ​ວັດທະນະທຳ​ມະນຸດ​ກໍ​ຄື​ແນວ​ຄິດ​ຂອງ​ປະທານ​ໂຮ່ຈິ​ມີນກ່ຽວ​ກັບ​ພາລະກິດ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ຮັກສາ​ເອກະລາດ​ຊົນ​ຊາດ ​ແລະ ພັດທະນາ​ຂອງ​ຫວຽດນາມ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ