ອອກອາກາດຊ່ອງໂທລະພາບປ້ອງກັນຊາດຫວຽດນາມ

ອອກອາກາດຊ່ອງໂທລະພາບປ້ອງກັນຊາດຫວຽດນາມ - ảnh 1
ອອກ​ອາກາດ​ຊ່ອງ​ໂທລະພາບ​ປ້ອງ​ກັນຊາ​ດຫວຽດນາມ
(ພາບ: baomoi.com)


(vovworld) -  ຕອນ​ຄໍ່າ​ວັນ​ທີ 19/05, ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ, ຢູ່​ຮ່າ​ໂນ້ຍ, ຄະນະພັກ​​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​ສະ​ເໜີ​ຕໍ່​ຜູ້​ຊົມຊ່ອງ​ໂທລະພາບ​ປ້ອງ​ກັນຊາ​ດຫວຽດນາມ ຢ່າງ​ເປັນ​ທາງ​ການ, ​ເຊິ່ງຈະ​ຮັບ​ໃຊ້​ຜູ້​ຊົມ​ໃນທົ່ວ​ປະ​ເທດ. ນີ້​ແມ່ນ​ຊ່ອງ​ໂທລະພາບ​ສະ​ເພາະ​ຂອງ​ກຳລັງ​ການ​ທະຫານ, ປ້ອງ​ກັນຊາ​ດ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ການ​​​ໂຄສະ​ໜາ​ເຜີຍ​ແຜ່​ຢ່າງ​ເລີກ​ເຊິ່ງກວ້າງຂວາງກ່ຽວ​ກັບ​ກອງທັບ​ປະຊາຊົນ​ຫວຽດນາມ, ສ້າງ​ພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ ​ແລະ ປ້ອງ​ກັນ​ປະ​ເທດ​ໃນ​ໄລຍະ​ໃໝ່. ກ່າວ​ຄຳ​ເຫັນ​ທີ່​ພິທີ່, ທ່ານ ພົນ​​ເອກ ຟຸງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຮຽກຮ້ອງ​ໃຫ້​ຊ່ອງ​ໂທລະພາບ​ປ້ອງ​ກັນຊາ​ດຫວຽດນາມ ຊ່ວຍ​ໃຫ້​ປະຊາຊົນສາມາດ​​ເຂົ້າ​ໃຈ ​ແລະ ​ເຊື່ອມ​ຕໍ່​ຄວາມ​ສາມາດ​ປ້ອງ​ກັນ​ປະ​ເທດຊາດ​ຢ່າງ​ໝັ້ນຄົງ, ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ​ຂອງ​ກຳລັງ​ກອງ​ທັບ​ປະຊາຊົນ​ຫວຽດນາມ. ທ່ານ ລັດຖະມົນຕີ ຟຸ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ.

        ​ຊ່ອງ​ໂທລະພາບ​ປ້ອງ​ກັນຊາ​ດຫວຽດນາມ ​ໄດ້​ຮັບ​ຮູ້​ຢ່າງ​ເລີກເຊິ່ງກ່ຽວ​ກັບ​ຄວາມ​ເປັນ​ກຽດ ​ແລະ ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ, ຍາມ​ໃດ​ກໍ່​ສາມັກຄີ​ກັນ, ​ເປັນ​ເອກະ​ພາບ, ຄຸນສົມບັດດ້ານ​ການ​ເມືອງຢ່າງ​ໝັ້ນຄົງ, ​ເພີ່ມ​ທະວີ​ກ່ຽວ​ກັບ​ຈັນ​ຍາ​ບັນ​ວິຊາ​ຊີບຢ່າງ​ບໍ່​ຢຸດ​ຢັ້ງ; ຕັ້ງໜ້າ​ຮໍ່າຮຽນ ​ແລະ ຍົກ​ສູງ​ລະດັບ​ຄວາມ​ຮູ້​ດ້ານ​ວິຊາ​ສະ​ເພາະ. ​ເພີ່ມ​ທະວີ​ການສົມທົບ​ກັບ​ບັນດາ​ຊ່ອງ​ໂທລະພາບ, ອົງການ​ສື່ສານຕ່າງໆ​ໃນ​ທົ່ວ​ປະ​ເທດ, ບັນດາ​ອົງການ, ຫົວໜ່ວຍ, ທ້ອງ​ຖິ່ນທັງ​ຢູ່​ພາຍ​ໃນ ​ແລະ ນອກ​ກອງທັບ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ສາກົນ​ເພື່ອ​ສ່ອງ​​ແສງ​ຂໍ້​ມູນ​ຂ່າວ​ຢ່າງ​ທັນ​ການ, ມີບັນດາ​ເນື້ອ​​ໃນ​ແທ​້ຈິງ, ​ເພື່ອຮັບ​ໃຊ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ”.

        ຊ່ອງ​ໂທລະພາບ​ປ້ອງ​ກັນຊາ​ດຫວຽດນາມ ​ ອອກ​ອາການັບ​ແຕ່​ເວລາ 5 ​ໂມງ 30 ນາ​ທີຫາ 24 ​ໂມງ​ປະຈຳ​ວັນ.

ຂ່າວ/ບົດ​ອື່ນ