ອະດີດນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen ຖະແຫຼງອຳລາສະພາແຫ່ງຊາດ

(VOVWORLD) - ຕາມບັນດານັກຊ່ຽວຊານແລ້ວ, ເລື່ອງອອກຈາກສະພາແຫ່ງຊາດຄັ້ງນີ້ຂອງທ່ານປະທານພັກ CPP Samdech Hunsen ແມ່ນເພື່ອແນໃສ່ກະກຽມໃຫ້ການຮັກສາຕຳແໜ່ງປະທານສະພາສູງ ກຳປູເຈຍ ໃນໄລຍະຈະມາເຖິງ.
ອະດີດນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen ຖະແຫຼງອຳລາສະພາແຫ່ງຊາດ - ảnh 1ທ່ານ Samdech Hunsen, ປະທານພັກປະຊາຊົນ ກຳປູເຈຍ (CPP)
(ພາບ:VOV)

ວັນທີ 1 ເມສາ, ໃນວາລະໄຂກອງປະຊຸມສະໄໝສາມັນຄັ້ງ 2 ຂອງສະພາແຫ່ງຊາດຊຸດທີ VII, ທ່ານ Samdech Hunsen, ປະທານພັກປະຊາຊົນ ກຳປູເຈຍ (CPP), ສະມາຊິກສະພາແຫ່ງຊາດແຂວງ Kandal ໄດ້ຖະແຫຼງອຳລາສະພາແຫ່ງຊາດ ເພື່ອກະກຽມດຳລົງຕຳແໜ່ງໃໝ່ທີ່ສະພາສູງ.

          ຕາມບັນດານັກຊ່ຽວຊານແລ້ວ, ເລື່ອງອອກຈາກສະພາແຫ່ງຊາດຄັ້ງນີ້ຂອງທ່ານປະທານພັກ CPP Samdech Hunsen ແມ່ນເພື່ອແນໃສ່ກະກຽມໃຫ້ການຮັກສາຕຳແໜ່ງປະທານສະພາສູງ ກຳປູເຈຍ ໃນໄລຍະຈະມາເຖິງ. ກ່ອນໜ້ານັ້ນ, ພັກ CPP ກໍ່ຮັບຮູ້ວ່າ ພັກນີ້ຈະສະເໜີທ່ານ Hunsen ເປັນປະທານສະພາສູງເມື່ອພັກນີ້ຈັດກອງປະຊຸມໃນວັນທີ 3 ເມສາ. ຖ້າຫາກໄດ້ດຳລົງຕຳແໜ່ງນີ້, ທ່ານຈະຮັກສາສິດເປັນປະມຸກລັດເມື່ອເຈົ້າຊີວິດ ກຳປູເຈຍ ຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ