ອະດີດນາຍົກລັດຖະມົນຕີ ອີຕາລີ Romano Prodi ປາຖະກະຖາ ຢູ່ສະຖາບັນການຕ່າງປະເທດ

ອະດີດນາຍົກລັດຖະມົນຕີ ອີຕາລີ Romano Prodi ປາຖະກະຖາ ຢູ່ສະຖາບັນການຕ່າງປະເທດ - ảnh 1
ອະດີດ​ນາຍົກລັດຖະມົນຕີ ອີ​ຕາ​ລີ Romano Prodi

(vovworld) – “ການ​ເມືອງ ​ແລະ ສັນຕິພາບ - ການ​ຮ່ວມ​ມື​ທົ່ວ​​ໂລກ​ໃນ​ສັກກະ​ລາດ​ຫັນ​ເປັນ​ທົ່ວ​ໂລກ” ​ແມ່ນ​ຫົວ​ຂໍ້​​ການ​ປາຖະກະຖາ ຂອງ​ສາ​ສະ​ດາ​ຈານ Romano Prodi, ອະດີດ​ນາຍົກລັດຖະມົນຕີ ອີ​ຕາ​ລີ, ອະດີດ​ປະທານ​ຄະນະ​ກຳມະການ ​ເອີ​ລົບ ​ແລະ ປະຈຸ​ບັນ​ແມ່ນ​ປະທານ​ຄະນະ​ກຳມະການ​ຮັກສາ​ສັນຕິພາບ ສະຫະ​ປະຊາ​ຊາດ - ສະຫະພາບ ອາຟະຣີກາ. ການ​​ເຄື່ອນ​ໄຫວ​ນີ້​ຖືກ​ດຳ​ເນີນ​ຢູ່​ສະ​ຖາ​ບັນ​ການ​ຕ່າງປະ​ເທດ ຫວຽດນາມ ​ເມື່ອ​ວັນ​ທີ 18/3, ​ເຊິ່ງນອນ​ໃນ​ບັນດາ​ເຫດການ “ຂົວ​ເຊື່ອມ​ຕໍ່​ການ​ເຈລະຈາ​ມຸ້ງ​ໄປ​ເຖິງ​ພື້ນຖານ​ວັດທະນະທຳ​ສັນຕິພາບ”, ​ໂດຍ​ກອງ​ທຶນ​ສັນຕິພາບ​ສາກົນ​ຈັດ​ຕັ້ງ. ທີ່​ການປາຖະກະຖາ, ສາ​ສະ​ດາ​ຈານ Romano Prodi ຖື​ວ່າ: ສະຕະວັດ​ທີ 21 ພວມ​ເຫັນ​ປະຈັກ​ຕາ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ ທັງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ, ​ໂລກ​ພວມ​ຫັນປ່ຽນ​ຈາກ ​ຂົ້ວ​ດຽວ​ເປັນ​ຫຼາຍ​ຂົ້ວ ຕໍ່ໜ້າ​ການ​ຫັນປ່ຽນ​ນີ້, ມະນຸດ​ຕ້ອງການມີ​ລະບົບ​ບໍລິຫານ​ລວມ.​ ສາດສະດາຈານ Prodi ​ເນັ້ນໜັກ​ວ່າ ​ໃນ​ສະພາບ​ການ​ໂລກ​ສັບສົນ​ຄື​ປະຈຸ​ບັນ, ບັນດາ​ປະ​ເທດ​ຄວນ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ອົກເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຕ້ອງມີ​ວິ​ໄສ​ທັດ​ຢ່າງ​ເປີດ​ເຜີຍ, ​ແຕ່ລະ​ປະ​ເທດ​ຕ້ອງ​​ເຄົາລົບ​ນັບຖື​ການ​ເລືອກ​ເຟັ້ນຂອງ​ປະ​ເທດ​ອື່ນ ​ແລະ ມານະ​ພະຍາຍາມ​ຊອກ​ຫາ​ຈຸດ​ລວມຂອງ​ກັນ ​ເພື່ອ​ສັນຕິພາບ​ຂອງ​ໂລກ. ​ແລະກໍ່ຕາມ​ທ່ານ Prodi  ​ແລ້ວ, ມະນຸດ​ຕ້ອງ​ອີງ​ໃສ່​ພຸມ​ປັນຍາ ​ເພື່ອ​ກໍ່ສ້າງ​ລະບົບ​ບໍລິຫານລວມ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ພວມ​ພົ້ນ​ເດັ່ນ​ຈາກ ຕາ​ເວັນ​ອອກ​ກາງ ຕະຫຼອດ​ຮອດ ມະຫາ​ສະໝຸດ​ປາຊີ​ຟີ​ກ.

 

ຂ່າວ/ບົດ​ອື່ນ