ອະດີດປະທານາທິບໍດີ ອີຍີບ H.Mubarak ຖືກຕັດສິນຈຳຄຸກ 3 ປີ

ອະດີດປະທານາທິບໍດີ ອີຍີບ H.Mubarak ຖືກຕັດສິນຈຳຄຸກ 3 ປີ - ảnh 1
ສານ​ອາຍາ​ກາຍ​ໂຣ​ ໄດ້ຕັດສິນຈຳຄຸກ 3 ປີ ສຳລັບ​
ປະທານາທິບໍດີຜູ້ຖືກ​ປົດ​ຕຳ​ແໜ່​ງ Hosni Mubarak
(ພາບ: AFP/TTXVN)


(vovworld) – ວັນ​ທີ 21/05, ສານ​ອາຍາ​ກາຍ​ໂຣ​ ໄດ້ຕັດສິນຈຳຄຸກ 3 ປີ ສຳລັບ​ປະທານາທິບໍດີຜູ້ຖືກ​ປົດ​ຕຳ​ແໜ່​ງ Hosni Mubarak ດ້ວຍ​ການ​ກະທຳ​ຜິດຍັກ​ຍອກ​ເງິນ​ທຶນ​ທີ່​ສະຫງວນ​​ໃຫ້ການ​ສ້ອ​ມ​ແປງສຳນັກງານ​ປະທານາທິບໍດີ. ສານ​ກໍ່​ຕັດສິນ​ຈຳ​ຄຸກ 4 ປີ​ສຳລັບ​ລູກຊາຍ 2 ຄົນ​ຂອງ​ທ່ານ Hosni Mubarak ​ແມ່ນ Alaa ​ແລະ Gamal ດ້ວຍການ​ກະທຳ​ຜິດ​ຄື​ດັ່ງກ່າວ. ບັນດາ​ຜູ້​ຖືກ​ຕັດສິນ​ລົງ​ໂທດ​ຕ້ອງ​ຈ່າຍ​ເງິນ​ປັບ​​ໃໝ 2,98 ລ້ານ USD ​ແລະ ສົ່ງ​ຄືນ​ຈຳນວນ​ເງິນຍັກ​ຍອກກວ່າ 14 ລ້ານ USD. ນີ້​ແມ່ນ 1 ​ໃນ​ບັນດາການພິພາກສາອະດີດ​ປະທານາທິບໍດີ 2 ຄັ້ງ​ ນັບ​ແຕ່​ພາຍຫຼັງ​ການ​ລູກ​ຮື້​ຂຶ້ນ​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ເມື່ອ​ປີ 2011. ປະຈຸ​ບັນ ຍັງ​ບໍ່​ທັນ​ຮູ້​ວ່າ ທ່ານ​ອະດີດ​ປະ​ທາ​ນາ​ທິບໍດີ Hosni Mubarak ​ແລະ ລູກຊາຍ 2 ຄົນ​ຂອງ​ທ່ານ​ໄດ້ຄິດ​​ໄລ່​ເວລາ​ຈຳ​ຄຸກ​​ຕະຫຼອດ 3 ປີ ກ່ອນ​ທີ່​ຈັດການ​ປະຊຸມ​ສານ​ພິພາກສາຫຼື ບໍ່.

ຂ່າວ/ບົດ​ອື່ນ