ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼງ​ວ່າ​ຈະ​ບໍ່​ປະ​ແຜນ​ການ​ອອກ​ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) - ໃນການຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ Fox News ໃນວັນທີ 12 ເມສາ, ທ່ານອະດີດປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຈະສືບຕໍ່ອອກສະໝັກເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2024, ໂດຍບໍ່ຫົວຊາຕໍ່ຂໍ້ຫາທາງອາຍາ.

 ນີ້ແມ່ນການສຳພາດເປີດເຜີຍຄັ້ງທຳອິດ ນັບແຕ່ເມື່ອທ່ານ Donald Trump ຖືກສັ່ງຟ້ອງດ້ວຍກວ່າ 30 ໂທດຖານ. ກ່ອນໜ້ານັ້ນ 2 – 3 ມື້, ທ່ານ Donald Trump ໄດ້ລາຍງານຕົວຢູ່ສານນິວຢອກ ແລະ ເປັນອະດີດປະທານາທິບໍດີ ອາເມລິກາ ຄົນທຳອິດທີ່ຖືກຂໍ້ຫາທາງອາຍາ ດ້ວຍຂໍ້ກ່າວຫາລວມທັງໝົດ 34 ໂທດຖານ.ບັນດາໄອຍະການໄດ້ກ່າວຫາວ່າ ທ່ານ Donald Trump ລະເມີດຂໍ້ກຳນົດໃນການເລືອກຕັ້ງ ເມື່ອຊອກຫາວິທີສະກັດກັ້ນການລົງຂໍ້ມູນຂ່າວທີ່ຫຍໍ້ທໍ້ ກ່ອນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016. ທ່ານ Donald Trump ໄດ້ຍອມຮັບບໍ່ວ່າໂທດຖານໃດໆ. ໃນກອງປະຊຸມສານ, ຜູ້ພິພາກສາ ທ່ານ Juan Mercha ສະເໜີໃຫ້ທ່ານ Donald Trump ບໍ່ລົງຂ່າວບົດທີ່ມີລັກສະນະຍຸແຫຍ່ການໃຊ້ຄວາມຮຸນແຮງໃນສື່ສັງຄົມອອນລາຍ ພາຍຫຼັງທີ່ຖືກຂໍ້ຫາ. ຜູ້ພິພາກສາ ກໍໄດ້ກຳນົດວ່າວັນທີ 4 ທັນວາ ຈະເປັນມື້ດຳເນີນກອງປະຊຸມສານຄັ້ງຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ