ອະດີດລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາHillary Clintonຖະແຫຼງອອກສະໝັກຮັບເລືອກຕັ້ງປະທານາທິບໍດີ

ອະດີດລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາHillary Clintonຖະແຫຼງອອກສະໝັກຮັບເລືອກຕັ້ງປະທານາທິບໍດີ - ảnh 1
ທ່ານ​ນາງ​ອະ​ດີດລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ
​ອາ​ເມ​ລິ​ກາ Hillary Clinton

(​vovworld) – ໃນ​ຕອນ​ເຊົ້າ​ວັນ​ທີ 13/4, ​ທີ່​ວີ​ດີ​ໂອ​ຕອນ​ໜຶ່ງ​ໃນ YouTube, ທ່ານ​ນາງ​ອະ​ດີດລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ອາ​ເມ​ລິ​ກາ Hillary Clinton ຖະ​ແຫຼງ​ອອກ​ສະ​ໝັກ​​ຮັບ​ເລືອກ​ຕັ້ງ​​ເປັນປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກ​າ. ດ້ວຍ​ຖະ​ແຫຼງ​ການ​ດັ່ງ​ກ່າວ, ທ່ານ​ນາງ Hillary Clinton ກາຍ​ເປັນ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຜູ້​ທຳ​ອິດ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ ​ທີ່ຈົດ​ຊື່​​ເຂົ້າ​ຮ່ວມໃນ​ການ​ຊ່ວງ​ເສັງເຂົ້າທຳ​ນຽບ​ຂາວ ອາ​ຍຸ​ການ 2016 – 2020. ວີ​ດີ​ໂອຕອນນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ນາງ Hillary Clinton ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ສຸ​ມ​ໃສ່​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊົນ​ຊັ້ນກາງ​ໃນ​ສັງ​ຄົມ ແລະ ປັບ​ປຸງ​ພື້ນ​ຖານ​ຄອບ​ຄົວ​ຂອງ​ຊາວ ອາ​ເມ​ລິ​ກາ, ຖືນີ້​ແມ່​ນ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ກຳ​ລັງ​ແຮງ​ຂອງ​ປະ​ເທດ ອາ​ເມ​ລິ​ກາ. ຕາມ​ຂໍ້​ສັງ​ເກດ​ຂອງວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ​ເກືອບ​ຄື​ວ່າບໍ່​ມີ​ຄູ່​ແຂ່ງ​ກັບ ທ່ານ​ນາງ Hillary Clinton ​ໃນ​ພັກ​ປະ​ຊາ​ທິ​ປະ​ໄຕ. ໃນ​ການ​ຢັ່ງ​ຫາງ​ສຽງ​​ມໍ່ໆ​ມານີ້​ຂອງ CNN/ORC International ໃຫ້​ຮູ້​ວ່າ: ທ່ານ​ນາງ Hillary Clinton ພວມ​ຊະ​ນະ​ຕໍ່​ຄູ່​ແຂ່ງ​​ຂອງ​ຕົນ​ແມ່ນ​ທ່ານ ຮອງ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ​ດ້ວຍ 50 ຄະ​ແນນ.

ຂ່າວ/ບົດ​ອື່ນ