ອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ

(VOVWORLD) - ບັນດາປະເທດເຂດແຄມທະເລທີ່ເປັນສະມາຊິກຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ມີສິດກຳນົດເສັ້ນຊາຍແດນຢູ່ເຂດໄຫຼ່ທະວີບເປີດກວ້າງຂອງຕົນ
ອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ - ảnh 1ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: baoquocte.vn)

        ວັນທີ 20 ມິຖຸນາ, ເມື່ອຕອບສຳພາດຕໍ່ນັກຂ່າວສະເໜີໃຫ້ຮູ້ທັດສະນະຂອງ ຫວຽດນາມ ກ່ຽວກັບເລື່ອງ ຟີລິບປິນ ຫາກໍ່ຍື່ນສະເໜີບົດລາຍງານກຳນົດເສັ້ນຊາຍແດນເຂດໄຫຼ່ທະວີບຢູ່ທະເລຕາເວັນອອກ ຕໍ່ຄະນະກຳມະການກຳນົດເສັ້ນຊາຍແດນເຂດໄຫຼ່ທະວີບຂອງສະຫະປະຊາຊາດ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ຊີ້ແຈ້ງວ່າ:

        ບັນດາປະເທດເຂດແຄມທະເລທີ່ເປັນສະມາຊິກຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ມີສິດກຳນົດເສັ້ນຊາຍແດນຢູ່ເຂດໄຫຼ່ທະວີບເປີດກວ້າງຂອງຕົນ ບົນພື້ນຖານສອດຄ່ອງກັບບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງ UNCLOS 1982. ຕາມນັ້ນແລ້ວ, ຫວຽດນາມ ກໍ່ຮັກສາສິດ ແລະ ຜົນປະໂຫຍດຂອງຕົນຢ່າງຄົບຖ້ວນ ຕາມກົດໝາຍສາກົນ, ພິເສດແມ່ນ UNCLOS 1982, ແລະ ພ້ອມແລ້ວທີ່ຈະແລກປ່ຽນກັບ ຟີລິບປິນ ເພື່ອຊອກຫາ ແລະ ມຸ່ງໄປເຖິງມາດຕະການແກ້ໄຂທີ່ສອດຄ່ອງກັບຜົນປະໂຫຍດຂອງທັງ 2 ປະເທດ.

        ເນື່ອງໃນໂອກາດນີ້, ອີກເທື່ອໜຶ່ງ ຫວຽດນາມ ໄດ້ຢືນຢັນອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ ແລະ ບັນດາສິດຖືກຕາມກົດໝາຍສຳລັບບັນດາເຂດທະເລຂອງ ຫວຽດນາມ, ເຊິ່ງໄດ້ຢັ້ງຢືນວ່າແມ່ນສອດຄ່ອງກັບ UNCLOS 1982.

ຕອບກັບ

ຂ່າວ/ບົດ​ອື່ນ