ອະທິປະໄຕຜືນແຜ່ນດິນ ແມ່ນສັກກະລະບູຊາ ແລະ ບໍ່ອາດລ່ວງລ້ຳໄດ້

ອະທິປະໄຕຜືນແຜ່ນດິນ ແມ່ນສັກກະລະບູຊາ ແລະ ບໍ່ອາດລ່ວງລ້ຳໄດ້ - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ)

(vovworld) –ຕໍ່ໜ້າສະພາບ​​ຫາງ​ສຽງ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ, ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍທ່ານ​ໄດ້​ສະ​ແດງ​ຄວາມ​ເຄັ່ງຮ້ອນຕໍ່​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ນີ້​: 

ນັກ​ຂ່າວ: ຂໍ​ຮຽນ​ທ່ານ​ປະທານ​ປະ​ເທດ, ຂໍ​ທ່ານ​ໃຫ້​ຮູ້​ສະພາບ​ການພົວພັນ ຫວຽດນາມ - ຈີນ ​ໃນ​ປະຈຸ​ບັນ, ​ເມື່ອ ຈີນ​ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ ​ໄຮ​ຢາ​ງ - 981 ​ເຂົ້າ​ເລິກ​ໃນ​​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ?.

    ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ: ວັນ​ທີ 2/5/2014, ຈີນ ​ໄດ້​ຕັ້ງຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​​ເລິກ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີ​ບຂອງ ຫວຽດນາມ. ຈີນ ​ໄດ້​ລະ​ເມີດ​ຂໍ້​ຕົກລົງ​ຂັ້ນ​ສູງ 2 ປະ​ເທດ​ກ່ຽວ​ກັບບັນດາ​ຫຼັກການ​ພື້ນຖານ​ເພື່ອ​ແກ້​ໄຂ​ບັນຫາ​ໃນ​ທະ​ເລ, ລະ​ເມີດ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ກົດ​ບັດ ສປຊ ກໍ່​ຄື​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ບັນດາ​ຂໍ້​ຕົກລົງ​ລະ​ຫວ່າງ ອາ​ຊຽນ ​ແລະ ຈີນ (DOC).

    ຍາມ​ໃດພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ກໍ່​ຖື​​ເປັນ​ສຳຄັນ​ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ​ມທະວີ​ການ​ພົວພັນ​ມິດຕະພາບ​ ລະຫວ່າງ​ປະຊາຊົນ​ຫວຽດນາມ - ຈີນ, ຮັກສາສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ພ້​ອມທັງ​ຮຽກຮ້ອງ​ໃຫ້​ຈີນ ກໍ່ຕ້ອງ​ເຮັດ​ຄື​ແນວ​ນັ້ນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ຢືນຢັນ​ວ່າ: ຫວຽດນາມ ມີ​ຫຼັກ​ຖານດ້ານ​ປະຫວັດສາ​ດ ​ແລະ ກົດໝາຍ​ກ່ຽວ​ກັບ​ອະທິປະ​ໄຕ​ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ, ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢ່າງ​ຄົບ​ຖ້ວນ, ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ. ພວກ​ເຮົາ​ເດັດ​ດຽວ​ບໍ່​ປະ​ໃຫ້​ບໍ່​ວ່າ​ຜືນ​ແຜ່ນ​ດິນ, ​ເຂດນ້ຳ​ດິນ​ແດນ​​ໃດໆຂອງ​ປະ​ເທດ​ຊາດ​ຖືກ​ລ່ວງ​ລ້ຳ. ສຳລັບ​ຊາວ ຫວຽດນາມ​ ​ແຕ່ລະຄົນ​ແລ້ວ, ອະທິປະ​ໄຕ​ຜືນ​ແຜ່ນ​ດິນ​ແມ່ນ​ສັກ​ກະລະ​ບູຊາ ​ແລະ ບໍ່​ອາດລ່ວງ​ລ້ຳ​ໄດ້.

ນັກ​ຂ່າວ: ຂໍ​ທ່ານ​ໃຫ້​ຮູ້​ ກອງ​ປະຊຸມ​ຄັ້ງ​ທີ 9 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມຜ່ານ​ມາ​ໄດ້​ສະ​ແດງ​ທ່າ​ທີຄື​ແນວ​ໃດ​ຕໍ່​ເຫດການ​ດັ່ງກ່າວ?.

    ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ: ກອງ​ປະຊຸມ​ຄັ້ງ​ທີ 9 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 ​ໄດ້​ສະ​ຫງວນ​ເວລາ​ເໝາະສົມ​ເພື່ອ​ປຶກສາ​ຫາລື​ບັນ​ຫາ​ນີ້. ສຳລັບ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຄະນະບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ​ແລະ ກົມ​ການ​ເມືອງ​ຍາມ​ໃດ​ກໍ່​ຢັ້ງຢືນ​ວ່າ: ອະທິປະ​ໄຕ​ຜືນ​ແຜ່ນ​ດິນ​ຂອງ​ປະ​ເທດ​ຊາດ, ​ໃນ​ນັ້ນ​ມີ​ເຂດ​ເສດຖະກິດ​ຈຳ​​ເພາະ ​ແລະ ​ໄຫຼ່ທະວີບ​ຂອງ ຫວຽດນາມ ​ແມ່ນ​ສັກ​ກະລະ​ບູຊາ, ບໍ່​ອາດ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໄດ້. ປະຊາຊົນ ຫວຽດນາມ, ພັກ ​ແລະ ລັດ​ເຮົາ ມີ​ຄຸນ​ນະ​ທາດ​ຢ່າງ​ພຽງພໍ, ​ເຈດ​ຈຳນົງທີ່​ອົງອາດ​ກ້າ​ແກ່ນ ​ແລະ ມີ​ພື້ນຖານ​ປະຫວັດສາດ ​ແລະ ນິຕິ​ກຳ​ຢ່າງ​ຄົບ​ຖ້ວນເພື່ອຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ບໍ່​ມີ​ຫຼາຍ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​​ໃດ​ທີ່​ອອກສຽງ​ປົກ​ປ້ອງ​ຈີນ ກ່ຽວ​ກັບ​ເລື່ອງ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ່​ຢາງ 981 ​ໃນ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ ກໍ່​ຄື​ການ​ທວງ​ເອົາ​ເສັ້ນ​ລີ້ນ​ງົວ 9 ຕອນ ຢ່າງ​ໄຮ້​ເຫດຜົນ. ບັນດາຫຼັກ​ຖານ​ປະ​ຫວັດ​ສາດ ​ແລະ ກົດໝາຍ​ຊີ້​ໃຫ້​ເຫັນ​ວ່າຄວາມ​ເປັນ​ທຳ​ຂຶ້ນ​ກັບ​ຫວຽດນາມ.  

ນັກ​ຂ່າວ: ທ່ານ​ປະທານ​ປະ​ເທດ​ຕີ​ລາຄາ​ແນວ​ໃດ​ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ວິທີ​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ປະຊາຊົນ​ເຮົາ​ຕໍ່ໜ້າ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ?.

    ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ: ຍາມ​ໃດປະຊາຊົນ​ຫວຽດນາມ ກໍ່ມີ​ມູນ​ເຊື້ອ​ຮັກ​ຊາດ, ​ເມື່ອ​ເອກະລາດ, ອະທິປະ​ໄຕ​ຖືກ​ນາບ​ຂູ່ ຍາມ​ໃດປະຊາຊົນ​ພວກ​ເຮົາ​ກໍ່ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຂ້າພະ​ເຈົ້າມີ​ຄວາມຕື້ນ​ຕັນ​ໃຈ​ທີ່​ສຸດ ​ແລະ ​ເຄົາລົບ​ນ້ຳ​ໃຈ​ອັນ​ສູ​ງສົ່ງ​ນັ້ນ​ຂອງ​ປະຊາຊົນ​ພວກ​ເຮົາ.ປະຊາຊົນ​ຜູ້​ຕິດ​ພັນ​ກັບ​ທະ​ເລ​ໄດ້​ມີ​ນ້ຳ​ໃຈອົງອາດ​ກ້າ​ແກ່ນຢູ່​ແນວ​ໜ້າ​ເຖິງ​ວ່າ​​ໄດ້ຖືກ​ກຳ​ປັ່ນ​ຂອງ​ຈີນ​ນາບ​ຂູ່, ຕຳ​ຫຼາຍ​ເທື່ອ ຊ້ຳ​ບໍ່​ໜຳ​ມີ​ກໍລະນີ​ຖືກ​ຕຳ​ຈົນ​ຈົ່ມ​ນ້ຳ. ​ເຂົ້າ​ເຈົ້າ​ຍັງ​ຄົງ​ຕິດ​ພັນ​ກັບ​​ເຂດຫາ​ປາ​ທີ່​ມີ​ມາ​ແຕ່​ດົນ​ນານ​ຜ່ານ​ຫຼາຍ​ລຸ້ນຄົນ, ບໍ່​ຍອມ​ຈຳນົນ. ບັນດາ​ກຳລັງ​ປົກ​ປ້ອງ​ກົດໝາຍ​ຂອງ ຫວຽດນາມ ບໍ່ທໍ້ຖອຍ, ມີ​ຄວາມອົງ​ອາດ​ກະ​ຫານ​ຜ່ານ​ຜ່າ​ທຸກໆ​ການ​ທ້າ​ທາຍ​ເພື່ອ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ, ກ່າວ​ປະນາມ​ການ​ກະທຳ​ຜິດ​ກົດໝາຍ​ຂອງ​ຝ່າຍ ຈີນ.

 ນັກ​ຂ່າວ: ປະຊາຊົນ​ເອົາ​ໃຈ​ໃສ່​​ເຖິງ​ການ​ພົວພັນ​ດ້ານ​​ເສດຖະກິດ​ລະຫວ່າງ ຫວຽດນາມ - ຈີນ. ຫາງ​ສຽງ​ຖື​ວ່າ: ຫວຽດນາມ ອາດ​ຈະ​ຖືກ​ຄອບ​ງຳ​ດ້ວຍ​ເສດຖະກິດ​ຂອງ​ຈີນ. ສະ​ເໜີ​ໃຫ້​ທ່ານ​ປະທານ​ປະ​ເທດ ມີ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ນີ້?.

    ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ: ນັບ​ແຕ່​ເມື່ອ​ປະຕິບັດ​ແນວທາງ​ປ່ຽນ​ໃໝ່​ມາ​ຮອດ​ປະຈຸ​ບັນ, ​ເກືອບ 30 ປີ​ແລ້ວ, ພວກ​ເຮົາ​ປະຕິບັດ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ກັບ​​ໂລກ, ພ້ອມ​ທັງ​ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ. ຕາມ​ນັ້ນ​ແລ້ວ, ປະ​ເທດ​ເຮົາ​ມີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ກ່ວາ 200 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ພວກ​ເຮົາ​ປະຕິບັດ​ວິທີ​ການ ຫວຽດນາມ ​ແມ່ນ​ເພື່ອນ​ມິດ, ​ແມ່ນ​ຄູ່​ຮ່ວມ​ມື​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ມີ​ຄວາມ​ຮັບຜິດຊອບ​ກັບ​ປະຊາ​ຄົມ​ໂລກ, ດຳລົງ​ຊີວິດ​ຢ່າງ​ສັນຕິພາບ​ກັບ​ທຸກ​ໆ​ປະຊາ​ຊາດ​ໃນ​ໂລກ​ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ສະ​ເໝີ​ພາບ. ສຳລັບ ຈີນ​ແລ້ວ, ການ​ພົວພັນ​ດ້ານເສດຖະກິດ, ການ​ຄ້າ​ໃນ​ຊຸ​ມປີ​ຜ່ານ​ມາ​ໄດ້​ພັດທະນາ​ໄວ​ພໍ​ສົມຄວນ, ​ແຕ່​ສະພາບ ຫວຽດນາມ ນຳ​ເຂົ້າ​ເກີນ​ດຸນ​ນັບ​ມື້​ນັບ​ຫຼາຍ. ​ຜະລິດ​ຕະພັນ​ສົ່ງ​ອອກ​ບາງ​ປະ​ເພດຂອງ ຫວຽດນາມ ສຸມ​ໃສ່​ເຂົ້າ​ຕະຫຼາດ ຈີນ ຫຼາຍ. ຂົງ​ເຂດ​ການປະມູນ ​ແລະ ບັນດາ​ນັກ​ລົງທຶນ ຈີນ ພວມ​ກວມ​ອັດຕາ​ຫຼາຍ​ໃນ​ການສະໜອງ​ອຸປະກອນ​ຂອງ​ບາງ​ຂະ​ແໜງ​ສຳຄັນ.​.​​. ສະພາບ​ການ​ດັ່ງກ່າວ​ຈະ​ໄດ້​ປັບປຸງ​ໃນ​ໄວໆ​ນີ້.

ນັກ​ຂ່າວ: ຂໍ​ຮຽນທ່ານ​ປະທານ​ປະ​ເທດ​, ປະຊາຊົນ​ເຮົາ​ເອົາ​ໃຈ​ໃສ່ຕໍ່ ​ເລື່ອງ​ພັກ ​ແລະ ລັດ ​ໄດ້ ​ແລະ ພວມ​ມີ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ໃດ​ຕໍ່ໜ້າ​ເລື່ອງ​ຮ້າ​ນ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຂອງຈີນ ຍັງ​ເຄື່ອນ​ໄຫວ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ?.

    ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ: ​ເມື່ອ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ກົມ​ການ​ເມືອງ ​ໄດ້ວາງ​ອອກ​ແຜນ​ນະ​ໂຍບາຍ​ເພື່ອ​ແກ້​ໄຂ​ສະພາບ​ການ. ດ້ານ​ໜຶ່ງ, ​ເດັດດ່ຽວ​ຮຽກຮ້ອງ ຈີນ ຖອນ​ຮ້າ​ນ​ເຈາະ​ນ້ຳມັນ​ອອກ​ຈາ​ກ​ເຂດນ່ານທະ​ເລ ຫວຽດນາມ, ດ້ານ​ໜຶ່ງ​ຢືດໝັ້ນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ເພື່ອ​ສ້າງສາ​ປະ​ເທດ​ຊາ​ດ, ຮັກສາ​ກາ​ນພົວພັນ​ກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ປະຊາຊົນ ຈີນ ບົນ​ພື້ນຖານ​ສະ​ເໝີ​ພາບ, ​ເຄົາລົບ​ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຍາມ​ໃດຫວຽດນາມ ກໍ່​ນຳ​ໃຊ້​ບັນດາ​ມາດ​ຕະການ​ສັນຕິພາບ, ພ້ອມ​ທັງ​ຮຽກຮ້ອງ​ຈີນ ສະ​ແດງ​ເຈດ​ນຳ​ນົງ​ເພື່ອ​ແກ້​ໄຂ​ບັນຫາ​​ໂດຍ​ສັນຕິ​ວິທີ​​ອີງ​ໃສ່​ກົດໝາຍ​ ສາກົນ ​ແລະ ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ຈີນ​ - ອາ​ຊຽນ, ຈີນ - ຫວຽດນາມ. ມາດ​ຕະການ​ດ້ານ​ກົດໝາຍ​ກໍ່​ໄດ້​ນຳ​ໃຊ້​ເມື່ອ​ຈຳ​ເປັນ​ເພື່ອ​ປົກ​ປັກ​ຮັກສາ​ ອະທິປະ​ໄຕ, ຜືນ​​ແຜ່ນດິນ​ຂອງ​ປະ​ເທດ​ຊາດ.

ນັກ​ຂ່າວ: ຂໍ​ຂອບ​ໃຈ​ທ່ານ​ປະທານ​ປະ​ເທດ./.

ຂ່າວ/ບົດ​ອື່ນ