ອ​ະ​ນຸກ​ຳ​ມະ​ການ ເສດ​ຖະ​ກິດ - ສັງ​ຄົມ ເຮັດ​ວຽກ​ກັ​ບ​ບັນ​ດາ​ທ້ອງ​ຖິ່ນ​ທາງ​ທິດ​​ເໜືອຫວຽດ​ນາມ

(VOVWORLD) -ວັນທີ 24 ກໍລະກົດ, ຢູ່ນະຄອນ ອຽນບ໊າຍ, ແຂວງ ອຽນບ໊າຍ, ອະນຸກຳມະການ ເສດຖະກິດ - ສັງຄົມກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງບັນດາແຂວງທາງທິດເໜືອ ຫວຽດນາມ.
ອ​ະ​ນຸກ​ຳ​ມະ​ການ ເສດ​ຖະ​ກິດ - ສັງ​ຄົມ ເຮັດ​ວຽກ​ກັ​ບ​ບັນ​ດາ​ທ້ອງ​ຖິ່ນ​ທາງ​ທິດ​​ເໜືອຫວຽດ​ນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າ ອະນຸກຳມະການ ເສດຖະກິດ - ສັງຄົມ ແລະ ບັນດາຜູ້ແທນ (ພາບ:TTXVN)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າ ອະນຸກຳມະການ ເສດຖະກິດ - ສັງຄົມໄດ້ເປັນປະທານພ້ອມກັບບັນດາທ່ານຮອງນາຍົກລັດຖະມົນຕີເຂົ້າຮ່ວມ.ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີວ່າ ເອກະສານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ຕ້ອງຕິດແທດກັບການດຳລົງຊີວິດຂອງປະຊາຊົນ, ເພາະສະນັ້ນ, ອະນຸກຳມະການຈຶ່ງເຮັດວຽກກັບການນຳບັນດາທ້ອງຖິ່ນໃນແຕ່ລະຂົງເຂດຂອງທົ່ວປະເທດ. ຕາມນັ້ນແລ້ວ, ອະນຸກຳມະການຈະຮັບຟັງຄຳເຫັນໃນພຶດຕິກຳຕົວຈິງຈາກວິວັດການພັດທະນາຂອງບັນດາທ້ອງຖິ່ນໃນຕະຫຼອດເວລາ 5 ປີ ແລະ 10 ປີທີ່ຜ່ານມາ, ພ້ອມທັງຍົກອອກບັນດາກາລະໂອກາດ, ສິ່ງທ້າທາຍ, ຮູບແບບການພັດທະນາທີ່ດີ, ບັນດາວິທີການເຮັດທີ່ດີທີ່ມີລັກສະນະທ້ອງຖິ່ນ ແລະ ຂົງເຂດ ຫຼື ປະເທດ.ທ່ານນາຍົກລັດຖະມົນໄດ້ຕີລາຄາສູງຕໍ່ໝາກຜົນຂອງການພັດທະນາເສດຖະກິດ - ສັງຄົມໃນໄລຍະຜ່ານມາຢູ່ບັນດາທ້ອງຖິ່ນ, ພ້ອມທັງຮັບຮູ້ບັນດາຄຳເຫັນປະກອບຂອງແຕ່ລະແຂວງໃຫ້ແກ່ເອກະສານກອງປະຊຸມໃຫຍ່ຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໃຫ້ຮູ້ວ່າ:

        "ຕ້ອງພັດທະນາຢ່າງຮອບດ້ານ ແລະ ຍືນຍົງ. ພ້ອມກັບການພັດທະນາເສດຖະກິດສັງຄົມ, ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການກໍ່ສ້າງພັກ, ການພັດທະນາເສດຖະກິດ - ສັງຄົມ ແມ່ນໜ້າທີ່ສຳຄັນທີ່ສຸດ. ແຕ່ວ່າ ກ່ອນອື່ນໝົດ, ຕ້ອງສຸມໃສ່ຮັກສາການດຳລົງຊີວິດຂອງປະຊາຊົນ, ໃຫ້ມີສະຖຽນລະພາບ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຍ້ອນວ່າອັດຕາຜູ້ທຸກຍາກຢູ່ເຂດນ້ີແມ່ນກ່ວາ 17 %, ອັດຕາຜູ້ທຸກຍາກໃນທົ່ວປະເທດແມ່ນປະມານ 7%."

ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈ້ງວ່າ ນີ້ແມ່ນພື້ນຖານພຶດຕິກຳຕົວຈິງສຳຄັນເພື່ອສ້າງບັນດາເອກະສານສຳຄັນຂອງອະນຸກຳມະການແມ່ນ ທິດທາງການພັດທະນາເສດຖະກິດ ສັງຄົມ ໄລຍະ 5 ປີ ແຕ່ ປີ 2021 -2025 ແລະ ຍຸດທະສາດການພັດທະນາເສດຖະກິດ ສັງຄົມ ໄລຍະ 10 ປີ ແຕ່ປີ 2021 – 2030.

ຕອບກັບ

ຂ່າວ/ບົດ​ອື່ນ