ອະນຸກຳມະການເສດຖະກິດ-ສັງຄົມທາບທາມຄຳເຫັນປະກອບຈາກບັນດາອະດີດການນຳພັກ,ລັດ

(VOVWORLD) -ບັນດາອະດີດການນຳຈະປະກອບຄຳເຫັນຢ່າງສຸດອົກສຸດໃຈເຂົ້າໃນຍຸດທະສາດພັດທະນາເສດຖະກິດ, ສັງຄົມໄລຍະ 10 ປີ (2021 - 2030) ແລະ ທິດທາງພັດທະນາເສດຖະກິດສັງຄົມ, ໄລຍະ 5 ປີ (2021 - 2025).
ອະນຸກຳມະການເສດຖະກິດ-ສັງຄົມທາບທາມຄຳເຫັນປະກອບຈາກບັນດາອະດີດການນຳພັກ,ລັດ - ảnh 1  (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ເປັນປະທານກອງປະຊຸມ)

ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າອະນຸກຳມະການເສດຖະກິດ - ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ໄດ້ເປັນປະທານກອງປະຊຸມທາບທາມຄຳເຫັນປະກອບຈາກບັນດາອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ເຂົ້າໃນບັນດາຮ່າງເອກະສານກອງປະຊຸມໃຫຍ່. ເຂົ້າຮ່ວມກອງປະຊຸມ, ມີທ່ານ ເຈິ່ນກວ໊ກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ທ່ານນາງ ຕ່ອງທິຟ໊ອງ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ປາດຖະໜາວ່າ, ບັນດາອະດີດການນຳຈະປະກອບຄຳເຫັນຢ່າງສຸດອົກສຸດໃຈເຂົ້າໃນຍຸດທະສາດພັດທະນາເສດຖະກິດ, ສັງຄົມໄລຍະ 10 ປີ (2021 - 2030) ແລະ ທິດທາງພັດທະນາເສດຖະກິດສັງຄົມ, ໄລຍະ 5 ປີ (2021 - 2025). ທ່ານນາຍົກລັດຖະມົນຕີຖືວ່າ, ນີ້ແມ່ນບັນດາຄຳເຫັນສຳຄັນທີ່ສຸດ, ຍ້ອນບັນດາອະດີດການນຳແມ່ນບັນດາຜູ້ມີປະສົບການ ບົດຮຽນຫຼາຍຢ່າງໃນການບໍລິຫານປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ