ອະນຸມັດຜ່ານບັນຊີລາຍຊື່ໂຄງການບຳລຸງສ້າງວິຊາຊີບນຳໃຊ້ທຶນODA

ອະນຸມັດຜ່ານບັນຊີລາຍຊື່ໂຄງການບຳລຸງສ້າງວິຊາຊີບນຳໃຊ້ທຶນODA - ảnh 1
(ພາ​ບ​ປະ​ກອບ​ຈາກ TTXVN)

(vovworld) – ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫາກໍ່​ອະ​ນຸ​ມັດ​ຜ່ານ​ບັນ​ຊີ​ລາຍ​ຊື່ “ໂຄງ​ການ​ບຳ​ລຸງ​ສ້າງ​ວິ​ຊາ​ຊີບ​ປີ 2011” ໂດຍນຳ​ໃຊ້​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ພັດ​ທະ​ນາ​ທາງ​ການ (ODA) ຂອງ​ລັດ​ຖະ​ບານ ເຢຍ​ລະ​ມັນ ແລະ ມອບ​ໂອນ ທຶນ ODA ຊ່ວຍ​ເຫຼືອ​ລ້າ​ຂອງ​ລັດ​ຖະ​ບານ ເຢຍ​ລະ​ມັນ​ ລວມ 350.000 ເອີ​ໂຣ ຈາກ​ໂຄງ​ການ “ໜູນ​ຊ່ວຍ​ດ້ານ​ເຕັກ​ນິກບ​ຳ​ລຸງ​ສ້າງ​ໃຫ້​ຄູ​ອາ​ຈານ​ຂອງໂຮງ​ຮຽນ 11 ແຫ່ງ​ໃນ​ໂຄງ​ການ​​ບຳ​ລຸງ​ສ້າງ​ວິ​ຊາ​ຊີບ” ຜ່ານ “ໂຄງ​ການບ​ຳ​ລຸງ​ສ້າງວິ​ຊາ​ຊີບປີ 2011”.

        ໂຄງ​ການ​ເພື່ອ​ແນ​ໃສ່​ລົງ​ທຶນ​ໃຫ້​ບັນ​ດາ​ໂຮງ​ຮຽນ​ ເພື່ອ​ຄ່ອຍໆ​ກາຍ​ເປັ​ນ​ໂຮງ​ຮຽນ​ສອນ​ວິ​ຊາ​ຊີບ​ທີ່ມ​ີ​ຄຸນ​ນະ​ພາບ​ສູງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຈຸດ​ໝາຍ​ລວມ​ຂອງ “ໂຄງ​ການ​ປ່ຽນ​ໃໝ່​​ວິ​ທີບຳ​ລຸງ​ສ້າງວິ​ຊາ​ຊີບ ຫວຽດ​ນາມ” ແມ່ນ​ເພື່ອ​ປັບ​ປຸງ​​ການສະ​ໜອ​ງ​​ແຮງ​ງານ​ມີ​ລະ​ດັບ​ດ້ານ​ເຕັກ​ນິ​ກ​ສູງ ເຊິ່ງໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ດ້ານ​ວິ​ຊາ​ຊີບ​ທີ່​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວິ​ສາ​ຫະ​ກິດ.


ຂ່າວ/ບົດ​ອື່ນ