ອະນຸມັດ​ຜ່ານ​ແຜນການ​ປະຕິບັດ​ສົນທິສັນຍາ ລາ​ໄຮ ກ່ຽວກັບ​ການ​ເກັບ​ກໍາຫຼັກຖານ​ຢູ່​ຕ່າງປະ​ເທດ

(VOVWORLD) -ເປົ້າໝາຍຂອງແຜນການ ແມ່ນເພື່ອແນໃສ່ຂຸດຄົ້ນຜົນປະໂຫຍດໃຫ້ໄດ້ຫຼາຍທີ່ສຸດ...

        ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ອະນຸມັດຜ່ານແຜນການປະຕິບັດສົນທິສັນຍາ ລາໄຮ ປີ 1970 ກ່ຽວກັບການເກັບກໍາຫຼັກຖານຢູ່ຕ່າງປະເທດໃນຂົງເຂດພົນລະເຮືອນ ຫຼື ການຄ້າຂອງຫວຽດນາມ. ເປົ້າໝາຍຂອງແຜນການ ແມ່ນເພື່ອແນໃສ່ຂຸດຄົ້ນຜົນປະໂຫຍດໃຫ້ໄດ້ຫຼາຍທີ່ສຸດ, ພ້ອມທັງປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງສະມາຊິກສົນທິສັນຍາ ຂອງຫວຽດນາມໃຫ້ຄົບຖ້ວນ; ຍົກສູງກໍາລັງຄວາມສາມາດ ແລະ ປະສິດທິຜົນຂອງວຽກງານໜູນຊ່ວຍດ້ານຕຸລາການໃນການເກັບກໍາຫຼັກຖານຂອງ ຫວຽດນາມ, ຜ່ານນັ້ນໜູນຊ່ວຍແກ້ໄຂບັນດາຄະດີແພ່ງ ທີ່ມີສ່ວນກ່ຽວຂ້ອງເຖິງຊາວຕ່າງປະເທດ; ສ້າງເງື່ອນໄຂສະດວກໃຫ້ແກ່ການສ້າງກົດໝາຍພາຍໃນປະເທດ ກ່ຽວກັບການໜູນຊ່ວຍດ້ານຕຸລາການໃນຂົງເຂດພົນລະເຮືອນ ໃຫ້ສົມບູນແບບຕາມມາດຕະຖານສາກົນ.

        ຕາມແຜນການ, ບັນດາອົງການທີ່ມີຄວາມຮັບຜິດຊອບ ຈະປະຕິບັດການໂຄສະນາ,ເຜີຍແຜ່, ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບສົນທິສັນຍາສະບັບດັ່ງກ່າວ; ປະຕິບັດສົນທິສັນຍາໃຫ້ມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ