ອະນຸມັດຜ່ານແຜນການພັດທະນາໂທລະຄົມແຫ່ງຊາດຮອດປີ 2020

ອະນຸມັດຜ່ານແຜນການພັດທະນາໂທລະຄົມແຫ່ງຊາດຮອດປີ 2020 - ảnh 1
( ພາບປະກອບ )

( vovworld ) -    ທ່ານ​ນາຍົກລັດຖະມົນຕີຫາກໍ​ເຊັນ​ຂໍ້​ຕົກລົງອະນຸມັດ​ແຜນການ​ພັດທະນາ​ໂທລະ​ຄົມມະ​ນາ​ຄົມ​ແຫ່ງ​ຊາດ​ຮອດ​ປີ 2020 ດ້ວຍ​ຈຸດໝາຍ​ເຖິງ​ປີ 2015. ຕາມ​ແຜນການ​ແລ້ວ, ຈະ​ມີ 40 – 45% ຈຳນວນ​ຄອບຄົວ​ມີ​ໂທລະສັບ​ຕັ້ງ​ໂຕະ; ອັດຕາ​ຜູ້ນຳ​ໃຊ້​ອີນ​ເຕີ​ແນດກວມ 40 – 45% ຈຳນວນ​ພົນລະ​ເມືອງ ​ແລະ ຮອດ​ປີ 2020 ​ອັດຕາ​ສ່ວນນີ້​ບັນລຸ​ແຕ່ 55 – 60%. ​ແຜນການ​ກໍ​ໄດ້​ວາງ​ອອກ​ຈຸດໝາຍ​ຮອດ 2015, ກະຈາຍ​ສັນຍາ​ໂທລະສັບ​ມື​ຖືກ​​ເຖິງ 90% ຈຳນວນ​ພົນລະ​ເມືອງ​ໃນ​ທົ່ວ​ປະ​ເທດ, ຮອດ​ປີ 2020 ​ແມ່ນ​ກ່ວາ 95%. ສູ້​ຊົນ​ຮອດ​ປີ 2020, ລະດັບ​ເຕີບ​ໂຕ​ທາງ​​ໂທລະ​ຄົມມະ​ນາ​ຄົມ​ບັນລຸ​ປະມານ 1,2- 1,5 ​ເທົ່າ​​ເມື່ອ​ທຽບ​ໃສ່ລະດັບ​ເຕີບ​ໂຕ GDP. ຕາມ​ແຜນການ​ແລ້ວ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຈະ​​ສ້າງໂຄງ​ປະກອບ​ຕະຫຼາດ​ໂທລະ​ຄົມມະ​ນາ​ຄົມ​ ບົນ​ພື້ນຖານ​ຈັດ​ຕັ້ງ​ບັນດາວິ​ສາ​ຫະກິດ​ໂທລະ​ຄົມ​ຄືນ​ໃໝ່, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ ທີ່​ເຄື່ອນ​ໄຫວ​ບໍ່​ບັນລຸ​ປະສິດທິ​ຜົນ, ຕາມ​ທິດ​ມອບ​ໂອນ, ຊື້​ຂາຍ, ​ໂຮມບັນດາ​ວິ​ສາ​ຫະກິດ​ເພື່ອ​ແນ​ໃສ່​ສ້າງ​ເປັນ 3 – 4 ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​​ທີ່ເຂັ້ມ​ແຂງ, ​ເຄື່ອນ​ໄຫວ​ຕາມ​ທິດ​ຊຳນິ​ຊຳນານ​ກວ່າ ​ແລະ ​ແບບ​ອາຊີບ ບົນ​ພື້ນຖານ​ນຳ​ໃຊ້​ພື້ນຖານ​ໂຄງ​ລ່າງ, ​ແຫຼ່ງກຳລັງ ​ແລະ ຊັບພະຍາກອນ​ໂຄ​ລະ​ຄົມມະ​ນາ​ຄົມ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ