ອະ​ນຸ​ມັດ​ຜ່ານ​ແຜນ​ການ​ວິ​ໄຈ​ຫາ​ເຊື້ອ​ໄວ​ຣ​ັດ SARS – CoV – 2 ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19

(VOVWORLD) -ວັນທີ 21 ກັນຍາ, ກະຊວງສາທາລະນະສຸກ ໄດ້ອະນຸມັດຜ່ານແຜນການວິໄຈຫາເຊື້ອໄວຣັດ SARS – CoV – 2 ໃນໄລຍະເກີດໂລກລະບາດ Covid – 19. 
ອະ​ນຸ​ມັດ​ຜ່ານ​ແຜນ​ການ​ວິ​ໄຈ​ຫາ​ເຊື້ອ​ໄວ​ຣ​ັດ SARS – CoV – 2 ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19 - ảnh 1ພາບປະກອບ: TTXVN 

ເອກະສານສະບັບນີ້ແມ່ນບ່ອນອີງໃສ່ ເພື່ອໃຫ້ບັນດາຫົວໜ່ວຍສ້າງແຜນການວິໄຈຫາເຊື້ອ SARS  - CoV – 2 ໃນໄລຍະເກີດໂລກລະບາດ Covid – 19 ຢູ່ທ້ອງຖິ່ນ, ຫົວໜ່ວຍ ແລະ ຈັດຕັ້ງການປະຕິບັດຕາມ. ຕາມແຜນການແລ້ວ, ໄລ່ຮອດວັນທີ 13 ກັນຍາ, ທົ່ວປະເທດມີ137 ຫ້ອງວິໄຈຫາເຊື້ອ ທີ່ມີກຳລັງຄວາມສາມາດໃນການວິໄຈຫາເຊື້ອ SARS - CoV - 2 ຢ່າງພຽງພໍດ້ວຍເຕັກນິກ Realtime RT – PCR, ມີ 75 ຫ້ອງໄດ້ຮັບການອະນຸຍາດວິໄຈຫາເຊື້ອ ຢັ້ງຢືນ Covid – 19 ດ້ວຍສະມັດຕະພາບການວິໄຈຫາເຊື້ອຫຼາຍທີ່ສຸດແມ່ນ ກ່ວາ 40550 ຕົວຢ່າງ/ວັນ. ແຜນການວິໄຈຫາເຊື້ອ SARS – CoV- 2 ດ້ວຍເປົ້າໝາຍລວມແມ່ນກວດພົບ ບັນດາກໍລະນີຕິດເຊື້ອພະຍາດ Covid – 19 ຢ່າງທັນການ ເພື່ອປະຕິບັດການຕິດຕາມກວດກາ, ແຍກຕົວ, ປິ່ນປົວ, ຕີລາຄາໃຫ້ອອກໂຮງໝໍ ແລະ ຄົ້ນຄ້ວາ. ຕົວຢ່າງວິໄຈຫາເຊື້ອ ຕາມແຜນການແມ່ນບັນດາຕົວຢ່າງວິໄຈຫາເຊື້ອທີ່ໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກ ຫວຽດນາມ ຫຼື ອົງການສາທາລະນະສຸກໂລກ ຫຼື ສູນຄວບຄຸມ ແລະ ປ້ອງກັນ, ຕ້ານພະຍາດຕິດແປດ ອາເມລິກາ ປະເມີນຜົນ ແລະ ແຈ້ງເຕືອນ.

ຕອບກັບ

ຂ່າວ/ບົດ​ອື່ນ