ອະນຸມັດຜ່ານແຜນຮ່າງແກ້ໄຂໜີ້ເສຍ ແລະ ແຜນຮ່າງສ້າງຕັ້ງບໍລິສັດຄຸ້ມຄອງ ຊັບສົມບັດ

ອະນຸມັດຜ່ານແຜນຮ່າງແກ້ໄຂໜີ້ເສຍ ແລະ ແຜນຮ່າງສ້າງຕັ້ງບໍລິສັດຄຸ້ມຄອງ ຊັບສົມບັດ - ảnh 1
(ພາບປະກອບ)

(vovworld) - ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຫາ​ກໍ​ອະນຸມັດ​ຜ່ານ​ແຜນ​ຮ່າງ​ແກ້​ໄຂ​ໜີ້​ເສຍ ​ແລະ ​ແຜນ​ຮ່າງ​ສ້າງ​ຕັ້ງ​ບໍລິສັດ​ຄຸ້ມ​ຄອງ​ຊັບ​ສົມບັດ ຂອງ​ບັນດາ​ອົງການ​ສິນ​ເຊື່ອ​ຫວຽດນາມ. ແຜນ​ຮ່າງ​ແກ້​ໄຂ​ໜີ້​ເສຍ ຊີ້​ແຈ້ງ​ຈຸດໝາຍ​ແກ້​ໄຂ​ໜີ້​ເສຍ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ອົງການ​ສິນ​ເຊື່ອ​ເປີດ​ກວ້າງ​ການ​ສິນ​ເຊື່ອ​ດ້ວຍອັດຕາ​ດອກ​ເບ້ຍ​ເໝາະ​ສົມ, ປະກອບ​ສ້ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິ​ດ ​ແລະ ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກ​ກະຕິ... ​ແຜນ​ຮ່າງ​​ສູ້​ຊົນ​ຮອດ​ທ້າຍ​ປີ 2015 ຈະ​ແກ້​ໄຂ​​ໂດຍ​ພື້ນຖານ​ຈຳນວນໜີ້​ເສຍ​​ໃນ​ປະຈຸ​ບັນ. ຕາມແຜນ​ຮ່າງ​ສ້າງ​ຕັ້ງ​ບໍລິສັດ​ຄຸ້ມ​ຄອງ​ຊັບ​ສົມບັດ ຂອງ​ບັນດາ​ອົງການ​ສິນ​ເຊື່ອ​ຫວຽດນາມ ​ແລ້ວ, ບໍລິສັດ​ຄຸ້ມ​ຄອງ​ຊັບ​ສົມບັດ ​ໄດ້ຮັບ​ການ​ສ້າງ​ຕັ້ງ​ດ້ວຍ​ຖານະ​ເປັນ​ເຄື່ອງມື​ພິ​ເສດ​ຂອງ​ລັດ ​ເພື່ອປະກອບສ່ວນ​ແກ້​ໄຂ​ໜີ້​ເສຍ​ຢ່າງ​ໄວ, ຫັນ​ບັນຫາເງິນ​ເປັນ​ກະຈາ​ງ​ແຈ້ງ, ຫຼຸດຜ່ອນ​ຄວາມ​ສ່ຽງ​ໃຫ້​ບັນດາ​ອົງການ​ສິນ​ເຊື່ອ, ວິ​ສາ​ຫະກິດ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ​ຢ່າງ​ເໝາ​ະສົມ​ໃຫ້​ແກ່​ພື້ນຖານ​ເສດຖະກິດ. ນີ້​ແມ່ນ​ວິ​ສາ​ຫະກິດ​ພິ​ເສດ​ໂດຍ​ລັດ​ກຳມະສິດ​ ​100% ຈຳນວນທຶນດຳລັດ (500 ຕື້​ດົງ).

ຂ່າວ/ບົດ​ອື່ນ