ອະ​ນຸ​ມັດ​ແຜນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2050

(VOVWORLD) - ວັນທີ 13 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ໄດ້ເຊັນປະກາດໃຊ້ຂໍ້ຕົກລົງວ່າດ້ວຍການອະນຸມັດແຜນຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2050.

ແຜນຍຸດທະສາດແມ່ນນີ້ເພື່ອແນ່ໃສ່ສະກັດກັ້ນທ່າອ່ຽງເພີ່ມຂຶ້ນຂອງມົນລະມິດ, ການຊຸດໂຊມຂອງສິ່ງແວດລ້ອມ; ແກ້ໄຂບັນຫາສິ່ງແວດລ້ອມຢ່າງຮີບດ່ວນ; ປົວແປງ, ຟື້ນຟູນຄຸນນະພາບສິ່ງແວດລ້ອມເທື່ອລະກ້າວ; ສະກັດກັ້ນການຫຼຸດລົງຂອງຊີວະນາໆພັນ; ປະກອບສ່ວນຍົກສູງກຳລັງຄວາມສາມາດໃນການເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ;  ຮັບປະກັນຄວາມໝັ້ນຄົງປອດໄພໃນສິ່ງແວດລ້ອມ, ສ້າງສາ ແລະ ພັດທະນາຮູບແບບເສດຖະກິດໝູນວຽນ, ເສດຖະກິດສີຂຽວ, ກາກບອນຕ່ຳ, ສູ້ຊົນໃຫ້ບັນລຸເປົ້າໝາຍພັດທະນາແບບຍືນຍົງປີ 2030 ຂອງປະເທດຊາດ.

    ແຜນຍຸດທະສາດດັ່ງກ່າວກໍໄດ້ວາງເປົ້າໝາຍລະອຽດນັ້ນແມ່ນ ເປັນເຈົ້າການປ້ອງກັນ, ສະກັດກັ້ນ, ຄວບຄຸມບັນດາຜົນກະທົບບໍ່ດີທີ່ກໍ່ມົນລະພິດ ແລະ ການຊຸດໂຊມຂອງສິ່ງແວດລ້ອມ. ບັນດາບັນຫາສິ່ງແວດລ້ອມຈຸດສຸມ ແລະ ຮີບດ່ວນ ໄດ້ຮັບການແກ້ໄຂໂດຍພື້ນຖານ, ຄຸນນະພາບສິ່ງແວດລ້ອມໄດ້ຮັບການປົວແປງ ແລະ ຟື້ນຟູເທື່ອລະກ້າວ, ເພີ່ມທະວີການອະນຸລັກຮັກສາມໍລະດົກທຳມະຊາດ, ຟື້ນຟູລະບົບຊີວະພາບ; ສະກັດກັ້ນທ່າອ່ຽງຫຼຸດລົງຂອງຊີວະນາໆພັນ; ປະກອບສ່ວນຍົກສູງກຳລັງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍູ້ແຮງການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ