ອະນຸມັດແຜນຮ່າງວ່າດ້ວຍການພັດທະນາຕະຫຼາດພະລັງງານໃຫ້ມີການແກ່ງແຍ້ງຮອດປີ 2030

(VOVWORLD) -ທ່ານນາຍົກລັດຖະມົນຕີໄດ້ອະນຸມັດຜ່ານແຜນຮ່າງວ່າດ້ວຍການພັດທະນາຕະຫຼາດພະລັງງານໃຫ້ມຄວາມສາມາດແກ່ງແຍ້ງຮອດປີ 2030, ວິໄສທັດຮອດປີ 2045.
ອະນຸມັດແຜນຮ່າງວ່າດ້ວຍການພັດທະນາຕະຫຼາດພະລັງງານໃຫ້ມີການແກ່ງແຍ້ງຮອດປີ 2030 - ảnh 1(ພາບປະກອບ: TTXVN)

ແຜນຮ່າງລວມມີ 3 ຂະແໜງພະລັງງານ ນັ້ນແມ່ນ: ຖ່ານຫີນ, ອາຍແກັດ ແລະ ໄຟຟ້າ ໄດ້ສວມບົດບາດສຳຄັນ, ຫຼັກແຫຼ່ງໃນລະບົບການຜະລິດ ແລະ ຈຳໜ່າຍພະລັງງານຢູ່ຫວຽດນາມ. ເປົ້າໝາຍລວມແມ່ນເພື່ອແນໃສ່ກໍ່ສ້າງ, ສ້າງຕັ້ງ, ພັດທະນາຕະຫຼາດພະລັງງານໃຫ້ມີການແກ່ງແຍ້ງຢ່າງປອດໄສ, ຕາມແຕ່ລະໄລຍະ, ມີການດັດປັບຂອງລັດ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ປະກອບສ່ວນຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຕີບໂຕເສດຖະກິດ-ສັງຄົມ ແລະ ປະຕິບັດບັນດາເປົ້າໝາຍ, ນະໂຍບາຍຂອງພັກ, ລັດ, ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ. ເປົ້າໝາຍລະອຽດແມ່ນ, ຫັນປ່ຽນຂະແໜງພະລັງງານໄປສູ່ການເຄື່ອນໄຫວຕາມກົນໄກ ຕະຫຼາດ, ຮັບປະກັນການແກ່ງແຍ້ງຢ່າງປອດໄສ, ກະຈ່າງແຈ້ງ, ຫັນຮູບແບບການລົງທຶນ ແລະ ດຳເນີນທຸລະກິດໃນຂົງເຂດພະລັງງານເປັນຫຼາຍຮູບຫຼາຍແບບ; ພ້ອມທັງຂຸດຄົ້ນ, ນຳໃຊ້ແຫຼ່ງພະລັງງານຢູ່ພາຍໃນປະເທດຢ່າງເໝາະສົມ ແລະ ມີປະສິດທິຜົນ. ມີເປົ້າໝາຍໜຶ່ງອີກນັ້ນແມ່ນພັດທະນາຕະຫຼາດພະລັງງານຢ່າງຄົບຊຸດ, ມີການເຊື່ອມຕໍ່ລະຫວ່າງຂະແໜງຖ່ານຫີນ, ອາຍແກັດ ແລະ ພະລັງງານໄຟຟ້າ; ຮັບປະກັນລາຄາພະລັງງານໃຫ້ມີຄວາມກະຈ່າງແຈ້ງໂດຍຕະຫຼາດຕັດສິນ.

ຕອບກັບ

ຂ່າວ/ບົດ​ອື່ນ