ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນ ຄ່າອ່າວຮ້າລອງ ມໍລະດົກທຳມະ ຊາດຂອງໂລກ

ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນ ຄ່າອ່າວຮ້າລອງ ມໍລະດົກທຳມະ ຊາດຂອງໂລກ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:baoquangninh.com.vn

(vovworld) - ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ ອ່າວ​ຮ້າ​ລອງ ມໍລະດົກ​ທຳ​ມະ​ຊາດ​ຂອງ ​ໂລກ - ວິ​ໄສ​ທັດ​ໃຫມ່” ​ດ​ຳ​ເນີນ​ໄປ​ໃນ​ວັນ​ທີ 24/7 ຢູ່ ​ແຂວງ Quang Ninh. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ມີ​ການ​​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນ ​ແລະ ສາກົນກວ່າ 150 ຄົນ, ພິ​ເສດ​ບັນດາ​ນັກວິທະຍາສາດ ​ແລະ ຜູ້​ຊ່ຽວຊານ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ. ຕາມ​ທ່ານ Nguyen Van Tuan ຫົວຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ​ແລ້ວ,​ ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ​ເຊີດ​ຊູ​ບັນດາ​ຄຸນຄ່າ​ຂອງ​ມໍລະດົກ, ​ເຮັດ​ໃຫ້ອ່າວ​ຮ້າ​ລອງ​​ ກາຍ​ເປັນ​ເຄື່ອງໝາຍ​​ໃຫ້​ແກ່​ການທ່ອງທ່ຽວ ຫວຽດນາມ. ທ່ານ Nguyen Van Tuan ​ໃຫ້​ຮູ້​ວ່າ:

        “ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ສຸມ​ໃສ່​ 4 ໝວດ​ບັນຫາ. ທີ​ຫນຶ່ງ​ແມ່ນ​ກຳນົດ​ທີ່​ຕັ້ງ, ບົດບາດ​ຂອງ​ອ່າວ ຮ້າ​ລອງ ພາຍຫລັງ​ໄດ້​ຮັບຮອງ​ແມ່ນ​ຫນຶ່ງ​ໃນ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ໃຫມ່​ຂອງ​ໂລກ 7 ​ແຫ່ງ ​ແລະ ​ໃນ​ທ່າ​ອ່ຽງພັດທະນາ​ປະຈຸ​ບັນ ​ແລ​ະ ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ການທ່ອງທ່ຽວ ຫວຽດນາມ ຮອດ​ປີ 2020, ວິ​ໄສ​ທັດ​ປີ 2030. ທີ​ສອງ ຊີ້​ແຈງ​ກາລະ​ໂອກາດ, ສິ່ງ​ທ້າ​ທາຍ, ຄວາມ​ສະດວກ​ຂໍ້​ຫຍຸ້ງຍາກ​ຂອງ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ອ່າວ​ຮ້າ​ລອງ. ທີ​ສາມ ສະ​ເຫ​ນີບັນດາ​ມາດ​ຕະການ​ອະນຸລັກ​ຮັກສາ, ຄຸ້ມ​ຄອງ, ກໍ່ສ້າງ ​ແລະ ພັດທະນາ​ເຄື່ອງໝາຍ​ໃຫ້​ແກ່​ອ່າວ​ຮ້າ​ລອງ. ສຸດ​ທ້າຍ​ແມ່ນ​ຮັບຮອງ​​ເອົາ​ແຜນການ​ດຳ​ເນີນ​ງານ​ໃຫ້​ແກ່​ອ່າວ​ຮ້າ​ລອງ​ໃນ​ໄລຍະ​ຈະມາ​ເຖິງ.”

ຂ່າວ/ບົດ​ອື່ນ