ອະນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ເຂດ​ອາ​ນຸ​ສອນ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ

(VOVWORLD) -ຕອນເຊົ້າວັນທີ 12 ກັນຍາ, ເຂດອານຸສອນສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ 50 ປີ ແຫ່ງວັນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເຂດອານຸສອນສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ”.
ອະນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ເຂດ​ອາ​ນຸ​ສອນ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ

ມີບົດປະກອບຄຳເຫັນ 40 ບົດ ໄດ້ນຳສະເໜີ ແລະສົ່ງເຖິງກອງປະຊຸມສຳມະນາ. ບັນດາບົດປະກອບຄຳເຫັນເຫຼົ່ານັ້ນ ໄດ້ເວົ້າເຖິງບັນດາເນີຶ້ອໃນຄື: ບັນດາຜົນງານພົ້ນເດັ່ນພາຍຫຼັງ 50 ປີແຫ່ງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເຂດອານຸສອນສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ; ຕີລາຄາສະພາບການ ແລະສະເໜີມາດຕະການ ເພື່ອແນໃສ່ຍົກສູງຄຸນນະພາບໃນການໂຄສະນາສຶກສາຢູ່ ເຂດອານຸສອນສະຖານ ໃນທຳນຽບປະທານປະເທດ; ບັນດາມາດຕະການມີລັກສະນະກຳນົດທິດ ເພື່ອປົກປັກຮັກສາໄວ້ໃຫ້ດົນນານ ແລະເສີມຂະຫຍາຍຄຸນຄ່າເຂດອານຸສອນສະຖານປະທານ ໂຮ່ຈີມິນ ໃນຍຸກສະໄໝໃໝ່… ກ່່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ:

“50 ປີ ຜ່ານພົ້ນໄປ ເຂດອານຸສອນສະຖານຢູ່ ທຳນຽບປະທານປະເທດແມ່ນສະຖານທີ່ສຳຄັນເຊິ່ງ ຜູ້ໃດກໍ່ຢາກມາຢ້ຽມຢາມ. ປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ແມ່ນໄດ້ເປັນຕົວແທນຂອງ ສິ່ງທີ່ດີງາມທີ່ສຸດ, ໄດ້ເຕົ້າໂຮມເອົາຄວາມຍອດຍິ່ງ ຂອງມະນຸດ, ພູມປັນຍາ, ຄວາມພິລະອາດຫານ. ພະນັກງານ, ພາລະກອນລຸ້ນຕ່າງໆ ຂອງເຂດອານຸສອນສະຖານຢູ່ ທຳນຽບປະທານປະເທດແມ່ນຜູ້ທີ່ໄດ້ປະກອບສ່ວນສະສົມເອກະສານ ແລະ ແຜ່ຫຍາຍຄຸນຄ່າແນວຄິດ, ຄຸນສົມບັດປະທານໂຮ່ຈີມິນທາງໂດຍກົງ ແລະ ທາງອ້ອມ. ຂ້າພະເຈົ້າຫວັງວ່າ ເຂດອານຸສອນສະຖານຢູ່ ທຳນຽບປະທານປະເທດຈະສືບຕໍ່ໄດ້ຮັບການດູແລຮັກສາຈາກບັນດາອົງການພັກ, ລັດ ແລະ ປະຊາຊົນເພື່ອພາລະກຳອັນສູງສົ່ງຂອງຖັນແຖວພະນັກງານ, ລັດຖະກອນພາລະກອນຢູ່ທີ່ນີ້ສືບຕໍ່ໄດ້ຮັບການເສີມຂະຫຍາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ