ອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າວັດທະນະທຳຄ້ອງເຂດ ໄຕງວຽນ

(VOVWORLD) -ຜູ້ແທນໄດ້ສະເໜີບັນດາມາດຕະການເພື່ອອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳຄ້ອງເຂດ ໄຕງວຽນ
ອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າວັດທະນະທຳຄ້ອງເຂດ ໄຕງວຽນ - ảnh 1(ພາບປະກອບ)

ກອງປະຊຸມຕີລາຄາສະພາບຕົວຈິງໃນການຄຸ້ມຄອງ, ອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳຄ້ອງເຂດ ໄຕງວຽນ ໂດຍກົມມໍລະດົກວັດທະນະທຳ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈັດຂຶ້ນໃນວັນທີ 12 ເມສາ, ຢູ່ນະຄອນ ກອນຕູມ, ແຂວງ ກອນຕູມ. ທີ່ກອງປະຊຸມສຳມະນາ, ຜູ້ແທນໄດ້ສະເໜີບັນດາມາດຕະການເພື່ອອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳຄ້ອງເຂດ ໄຕງວຽນ ຄື: ມີບັນດານະໂຍບາຍບຸລິມະສິດ, ໜູນຊ່ວຍໃຫ້ບັນດານັກສິລະປະກອນ, ຜູ້ມີຄຸນງາມຄວາມດີປະກອບສ່ວນເຂົ້າໃນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ; ຜັນຂະຫຍາຍວຽກງານອະນຸລັກຮັກສາ, ເສີມຂະຫຍາຍມໍລະດົກ; ຖ່າຍທອດສິດສອນ, ຈັດແບ່ງແຫຼ່ງກຳລັງເພື່ອໃຫ້ບັນດາທ້ອງຖິ່ນປະຕິບັດວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ