ອ​ະ​ນຸ​ສັນ​ຍາ​ປັບ​ປຸງ​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ອາ​ຊຽນ - ຍີ່​ປຸ່ນ ເລີ່ມ​ມີ​ຜົນ​ສັກ​ສິດຢູ່ 6 ປະ​ເທດ

(VOVWORLD) - ຫວຽດນາມ ໄດ້ໃຫ້ສັດຕະຍາບັນອະນຸສັນຍາສະບັບທີ 1 ເພື່ອປັບປຸງ AJCEP ເມື່ອວັນທີ 26 ມິຖຸນາ, ໃນຂະນະທີ່ຍີ່ປຸ່ນ ໄດ້ສຳເລັດການໃຫ້ສັດຕະຍາບັນເອກະສານນີ້ໃນເວລາກ່ອນໜ້ານີ້ 2 ອາທິດ.

ວັນທີ 01 ສິງຫາ, ອະນຸສັນຍາສະບັບທີ 1 ເພື່ອປັບປຸງສັນຍາຄູ່ຮ່ວມມືຮອບດ້ານ ອາຊຽນ - ຍີ່ປຸ່ນ (AJCEP) ໄດ້ມີຜົນສັກສິດຢ່າງເປັນທາງການຢູ່ ຍີ່ປຸ່ນ ແລະ  5 ປະເທດ ອາຊຽນ ຄື ລາວ, ມຽນມາ, ສິງກະໂປ, ໄທ ແລະ ຫວຽດນາມ. ນີ້ແມ່ນບັນດາປະເທດທີ່ໄດ້ສຳເລັດບັນດາລະບຽບການນິຕິກຳຢູ່ພາຍໃນປະເທດເພື່ອໃຫ້ສັດຕະຍາບັນເອກະສານນີ້.

ຫວຽດນາມ ໄດ້ໃຫ້ສັດຕະຍາບັນອະນຸສັນຍາສະບັບທີ 1 ເພື່ອປັບປຸງ AJCEP ເມື່ອວັນທີ 26 ມິຖຸນາ, ໃນຂະນະທີ່ຍີ່ປຸ່ນ ໄດ້ສຳເລັດການໃຫ້ສັດຕະຍາບັນເອກະສານນີ້ໃນເວລາກ່ອນໜ້ານີ້ 2 ອາທິດ. ຕາມການຄາດຄະເນແລ້ວ,  AJCEP ສະບັບປັບປຸງ ຈະມີຜົນສັກສິດຢູ່ 5 ປະເທດຍັງເຫຼືອໃນ ອາຊຽນ, ລວມມີ ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ, ພາຍຫຼັງທີ່ປະເທດເຫຼົ່ານີ້ສຳເລັດລະບຽບການນິຕິກຳພາຍໃນປະເທດ ເພື່ອໃຫ້ສັດຕະຍາບັນເອກະສານນີ້.

ຕອບກັບ

ຂ່າວ/ບົດ​ອື່ນ