ອະນາຄົດທີ່ຂາດສະຖຽນ ລະພາບ ຢູ່ຊີຣີ

ອະນາຄົດທີ່ຂາດສະຖຽນ ລະພາບ ຢູ່ຊີຣີ - ảnh 1
ທ່ານ Kofi Annan ແລະ ທ່ານ Bashar Al Assad
(ພາບ: Reuters)

(vovworld) – ​ວັນ​ທີ 29/5, ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad ​ໄດ້​ມີ​ການ​ພົບ​ປະ​ກັບ ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ ທ່ານ Kofi Annan ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ປະຈຸ​ບັນ ຢູ່​ປະ​ເທດ​ນີ້. ທີ່​ການ​ພົບ​ປະ, ທ່ານ​ທູ​ດພິ​ເສດ Annan ​ເນັ້ນ​ໜັກ “ຈິດ​ໃຈ​ຕັ້ງໜ​້າ” ຂອງ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ຊີຣີ ກັບ​ບັນດາ​ຜູ້​ສັງ​ເກດ​ການ​ຂອງສະຫະ​ປະຊາ​ຊາດ ທີ່​ຫາ​ກໍ​ເລີ່​ມປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຢູ່​ປະ​ເທດ​ນີ້ ​ເມື່ອ​ເດືອນ​ກ່ອນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Annan ສະ​ແດງ​ທັດສະນະ​ຢ່າງ​ກົ​ງ​ໄປ​ກົງ​ມາ​ວ່າ: ​ແຜນການ 6 ຂໍ້​ບໍ່​ສາມາດ​ບັນລຸ​ຜົນສຳ​ເລັດ ຖ​້າຫາກ​ບໍ່​ມີ​ບັນດາ​ບາດກ້າວ​ລະອຽດ​ຈາກ​ຝ່າຍ ຊີຣີ ​ເພື່ອ​ສະກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ການ​ພົບ​ປະ​ຢູ່​ນະຄອນຫຼວງ ດາ​ມາດ, ທ່ານ Annan ​ໃຫ້​ຮູ້​ວ່າ: ອະນາຄົດ​ຂອງ ປະຊາຊົນ ຊີຣີ ຈະ​ແມ່ນ​ເຫດ​ນອງ​ເລືອດ ຫຼື ການ​ແບ່ງ​ແຍກ ​ຖ້າ​ຫາກ​ການ​ເຂັ່ນຂ້າ, ການ​ໃຊ້​ຄວາມ​ຮຸນ​ແຮງ ຍັງ​ຄົງ​ສືບ​ຕໍ່ເກີດ​ຂຶ້ນ​ຄື​ປະຈຸ​ບັນ.

ສ່ວນ​ທ່ານ​ປະທານາທິບໍດີ ຊີຣີ Al Assad ​​ເວົ້າ​ວ່າ: ​ແຜນການ 6 ຂໍ້​ທີ່​ທ່ານ Annan ສະ​ເໜີ ບັນລຸ​ຜົນ​ສຳ​ເລັດ​ໄດ​້ ຫຼື ບໍ່ ​ແມ່ນ​ໂດຍ​ອີງ​ໃສ່​ເລື່ອງ​ສະກັດ​ກັ້ນ​ບັນດາ​ການ​ເຄື່ອນ​ໄຫ​ວ​ກໍ​ການ​ຮ້າຍ ກໍ​ຄື ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈາກ​ບັນດາ​ປະ​ເທດ​ໜູນ​ຊ່ວຍ​ໃຫ້​ແກ່​ບັນດາ​ກຸ່ມ ກໍ​ການ​ຮ້າຍ​ທີ່​ປະກອບ​ອາວຸດ.

ຂ່າວ/ບົດ​ອື່ນ