ອະພິປາຍຢ່າງກະຈ່າງແຈ້ງ, ມີຄວາມຮັບຜິດຊອບ ແລະ ສະໜິດຕິດພັນສັງຄົມ, ເຊິ່ງແມ່ນຂໍກຸນແຈຮັບມືກັບໂລກລະບາດໂຄວິດ-19 ສຳເລັດຜົນ

(VOVWORLD) - ຕອນບ່າຍວັນທີ 08 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາປະກາດບົດລາຍງານ “ຄວາມຮູ້ສຶກ ແລະ ລົງພຶດຕິກຳຕົວຈິງຂອງປະຊາຊົນກ່ຽວກັບປະຕິກິລິຍາຂອງອຳນາດການປົກຄອງຕໍ່ຜົນກະທົບຂອງໂລກລະບາດໂຄວິດ-19 ຢູ່ຫວຽດນາມ”. 
ອະພິປາຍຢ່າງກະຈ່າງແຈ້ງ, ມີຄວາມຮັບຜິດຊອບ ແລະ ສະໜິດຕິດພັນສັງຄົມ, ເຊິ່ງແມ່ນຂໍກຸນແຈຮັບມືກັບໂລກລະບາດໂຄວິດ-19 ສຳເລັດຜົນ - ảnh 1 ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ  (ພາບ: TTXVN)

  ດ້ວຍການໜູນຊ່ວຍ ແລະ ຮ່ວມມືຂອງກະຊວງການຕ່າງປະເທດ ແລະ ການຄ້າ (DFAT) ລັດຖະບານ ອົດສະຕາລີ, ອົງການ ສ.ປ.ຊ ເພື່ອການພັດທະນາຊາດ (UNDP) ປະຈຳ ຫວຽດນາມ ແລະ ສະຖາບັນຄົ້ນຄວ້າພັດທະນາແມ່ຂອງ (MDRI), ໄດ້ດຳເນີນການສຳຫລວດສັງຄົມວິທະຍາກ່ຽວກັບຄວາມຮັບຮູ້ ແລະ ພຶດຕິກຳຕົວຈິງຂອງປະຊາຊົນຫວຽດນາມ ສຳລັບບັນດາມາດຕະການສະກັດກັ້ນໂວຣັດໂຄໂຣນາຂອງອຳນາດການປົກຄອງສູນກາງ ແລະ ທ້ອງຖິ່ນ. ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ເນັ້ນໜັກວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາບົດຮຽນກ່ຽວກັບລັກສະນະກະຈ່າງແຈ້ງ, ຄວາມຮັບຜິດຊອບໃນການອະພິປາຍ ແລະ ສະໜິດຕິດພັນສັງຄົມ ຈາກຜົນສຳເລັດນີ້ ຈະຊ່ວຍລັດຖະບານຮັບມືກັບວິກິດການໃນອະນາຄົດ ແລະ ແກ້ໄຂບັນດາສິ່ງທ້າທາຍ ເຊິ່ງປະຊາຊົນມີຄວາມສົນໃຈແຖວໜ້າໃນ 4 ປີຜ່ານມາ.

        ສ່ວນທ່ານ David Gottlieb, ທີ່ປຶກສາການຮ່ວມມືເສດຖະກິດ ແລະ ພັດທະນາ, ສະຖານທູດອົດສະຕາລີ ປະຈຳຫວຽດນາມ ໄດ້ສະແດງຄວາມປະເອີບໃຈທີ່ສຸດ ຕໍ່ ຄວາມຕັດສິນໃຈຄວບຄຸມໂລກລະບາດໂຄວິດ-19 ຂອງຫວຽດນາມ ໃນປີນີ້. ການສຳຫລວດດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ການກະທຳຮັບມືກັບໂລກລະບາດໂຄວິດ-19 ຂອງລັດຖະບານ ຫວຽດນາມ, ການສະຫລວດສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມຢ່າງສູງ ແລະ ການສະໜັບສະໜູນຢ່າງແຮງຂອງບັນດາຜູ້ຖືກຖາມສຳລັບນະໂຍບາຍ ແລະ ການກະທຳຂອງລັດຖະບານ ເພືຶ່ອແນໃສ່ສະກັດກັ້ນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ