ອະໄພຍະໂທດສະແດງໃຫ້ເຫັນນະໂຍບາຍອະນຸໂລມ,ມະນຸດສະທຳຂອງຫວຽດນາມ

ອະໄພຍະໂທດສະແດງໃຫ້ເຫັນນະໂຍບາຍອະນຸໂລມ,ມະນຸດສະທຳຂອງຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​
ປະກາດ​ໃຊ້​ຂໍ້​ຕົກລົງ​ກ່ຽວ​ກັບການ​ອະ​ໄພ​ຍະ​ໂທດ​ປີ 2015
(ພາບປະກອບ)


(vovworld) -​ ​ໂດຍ​ເລີ່​ມມາ​ຈາກ​ມູນ​ເຊື້ອ​ມະນຸດສະທຳ​ຂອງ​ຊາດ​ຫວຽດນາມ ​ແລະ ນະ​ໂຍບາຍ​ອະນຸ​ໂລມ​ຂອງ​ພັກ, ລັດ. ວັນ​ທີ 10/7/2015. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ປະກາດ​ໃຊ້​ຂໍ້​ຕົກລົງ​ກ່ຽວ​ກັບການ​ອະ​ໄພ​ຍະ​ໂທດ​ປີ 2015, ​ເນື່ອງ​ໃນ​ໂກາດ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນຊາດ (2/9/1945-2/9/2015). ​ເນື່ອງ​ໃນ​ໂອກາດ​ນີ້, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ສະພາ​ທີ່ປຶກສາ​ອະ​ໄພ​ຍະ​ໂທດ​ປີ 2015, ມີ​ບົດ​ຂຽນ​ຊີ້​ແຈ້ງ​ຄວາມ​ໝາຍ​ຂອງ​ວຽກ​ງານອະ​ໄພ​ຍະ​ໂທດ.

​ເມື່ອ​ໄຈ້​ແຍກ​ບັນດາ​ຜົນງານ​ທີ່​ຕັ້ງໜ້າ​ເຊິ່ງວຽກ​ງານອະ​ໄພ​ຍະ​ໂທດນຳ​ມາ​ໃຫ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ, ວຽກ​ງານອະ​ໄພ​ຍະ​ໂທດ ​ໄດ້​ປະກອບສ່ວນ​ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ນະ​ໂຍບາຍ​ອະນຸ​ໂລມ, ມະນຸດສະທຳ​ຂອງ​ພັກ ​ແລະ ລັດ, ສະ​ແດງ​ໃຫ້​ເຫັນ​ທາດ​ແທ້​ຂອງ​ລະບອບ​ສັງຄົມ​ນິຍົມ​ຫວຽດນາມ. ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ, ​ເລື່ອງອະ​ໄພ​ຍະ​ໂທດ ປະກອບສ່ວນ​ຫຼຸດຜ່ອນ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ, ຫຼຸດຜ່ອນ​ກຳລັງ​ດັນ​ໃຫ້​ຄຸກ​ຕ່າງໆ. ກ່ຽວ​ກັບ​ດ້ານ​ການ​ເມືອງ, ການອະ​ໄພ​ຍະ​ໂທດສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ມະນຸດສະທຳ, ອະນຸ​ໂລມ​ຂອງ​ພັກ ​ແລະ ລັດ​ຫວຽດນາມ​ ທີ່​ມີ​ຕໍ່​ນັກ​ໂທດ.

ສະຫຼຸບ​ບົດ​ຂຽນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ​ເສີມ​ຂະຫຍາຍ​ຜົນງານ​ຂອງ​ການອະ​ໄພ​ຍະ​ໂທດຄັ້ງ​ກ່ອນໆ, ການອະ​ໄພ​ຍະ​ໂທດປີ 2015 ຈະ​ໄດ້​ຮັບ​ການຜັນ​ຂະຫຍາຍ​ຢ່າງ​ຖືກຕ້ອງ, ທັນ​ການ, ​ເປີດ​ເຜີຍ, ​ໂປ່​ງ​ໃສ, ຕາມ​ຂໍ້​ກຳນົດ​ຕ່າງໆ​ຂອງ​ກົດໝາຍ, ຮັບປະກັນ​ໃຫ້​ນັກ​ໂທດທີ່​ມີ​ເງື່ອນ​ໄຂອະ​ໄພ​ຍະ​ໂທດ​ທຸກ​ຄົນ​ໄດ້​ກັບ​ເມືອ​ຄອບຄົວ, ​ເຈືອ​ຈານ​ເຂົ້າ​ກັບ​ປະຊາ​ຄົມ, ສູ້​ຊົນ, ຫຼໍ່​ຫຼອມ​ເພື່ອ​ກາຍ​ເປັນ​ພົນລະ​ເມືອງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ສັງຄົມ.

ຂ່າວ/ບົດ​ອື່ນ