ອາກ​ຊັງ​ຕິນ ມອບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca 500.000 ໂດ​ສ​ໃຫ້​ແກ່ ຫວຽດ​ນາມ

(VOVWORLD) -ໃນເດືອນກັນຍາ ປີ 2020, ອາກຊັງຕິນ ໄດ້ຮັບຜ້າອັດປາກດັງ ຈາກ ການໜູນຊ່ວຍຂອງຫວຽດນາມ ໃນຈຸດເວລາທີ່ໂລກ ຍັງບໍ່ທັນມີວັກຊິນ ຫຼືມີແຜນການສັກວັກຊິນກັນໂຄວິດ - 19.

 

ອາກ​ຊັງ​ຕິນ ມອບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca 500.000 ໂດ​ສ​ໃຫ້​ແກ່ ຫວຽດ​ນາມ  - ảnh 1ພິທີມອບຮັບ (ພາບ: ສະຖານທູດ ອາກຊັງຕິນ ປະຈຳ ຫວຽດນາມ)

ໃນຂອບເຂດການພົວພັນຄູ່ຮ່ວມມືສອງຝ່າຍ ຢ່າງຮອບດ້ານ ນັບແຕ່ ປີ 2010 ແລະ ດ້ວຍເປົ້າໝາຍຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19, ສາທາລະນະລັດ ອາກຊັງຕິນ ໄດ້ໜູນຊ່ວຍ ວັກຊິນກັນໂຄວິດ - 19 ຈຳນວນ 500.00 ໂດສ ໃຫ້ແກ່ ຫວຽດນາມ. ວັກຊິນ ງວດນີ້ ຈະສົ່ງມາຮອດສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ) ໃນຕອນບ່າຍວັນທີ 24 ພະຈິກ ແລະ ໂດຍທ່ານເອກອັກຄະລັດຖະທູດ ສ.ອາກຊັງຕິນ , Luis Pablo María Beltramino ມອບໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ຢ່າງເປັນທາງການ. ກ່ອນໜ້ານັ້ນ, ໃນເດືອນກັນຍາ ປີ 2020, ອາກຊັງຕິນ ໄດ້ຮັບຜ້າອັດປາກດັງ ຈາກ ການໜູນຊ່ວຍຂອງຫວຽດນາມ ໃນຈຸດເວລາທີ່ໂລກ ຍັງບໍ່ທັນມີວັກຊິນ ຫຼືມີແຜນການສັກວັກຊິນກັນໂຄວິດ - 19.

 

ຕອບກັບ

ຂ່າວ/ບົດ​ອື່ນ