ອາກຊັງ​ຕິນຖອນ​ຕົວ​ອອກ​ຈ​າກ​ ​ການ​ເຈ​ລະ​ຈາ FTA ຂອງ ກຸ່ມ Mercosur

(VOVWORLD) -ວັນທີ 25 ເມສາ, ລັດຖະບານ ອາກຊັງຕິນ ໄດ້ຖະແຫຼງວ່າ ຈະຖອນຕົວອອກຈາກບັນດາການເຈລະຈາກ່ຽວກັບສັນຍາການຄ້າເສລີ (FTA) ຂອງກຸ່ມການຕະຫຼາດລວມອາເມລິກາໃຕ້ (Mercosur) ເຊິ່ງປະເທດນີ້ແມ່ນສະມາຊິກທາງການກັບບັນດາຄູ່ຮ່ວມມືຢູ່ນອກພາກພື້ນ ເພື່ອແນໃສ່ສຸມໃສ່ຮັບມືກັບໂລກລະບາດ Covid – 19.
ອາກຊັງ​ຕິນຖອນ​ຕົວ​ອອກ​ຈ​າກ​ ​ການ​ເຈ​ລະ​ຈາ FTA ຂອງ ກຸ່ມ Mercosur - ảnh 1

ທ່ານ Felipe Sola ລັດຖະມົນຕີກະຊວງການຕ່າງປະເທດ ອາກຊັງຕິນກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ Buenos Aires (ພາບ:  AFP/TTXVN)

ໃນແຈ້ງການທາງການ, ກະຊວງການຕ່າງປະເທດ ອາກຊັງຕິນ ໃຫ້ຮູ້ວ່າ ບຸລິມະສິດຂອງລັດຖະບານປະເທດນີ້ແມ່ນສຸມໃສ່ແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຂອງໂລກລະບາດ, ປົກປັກຮັກສາບັນດາວິສາຫະກິດ, ຮັກສາວຽກເຮັດງານທຳ ແລະ ໜູນຊ່ວຍບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ.

ມີປະຕິກິລິຍາຕໍ່ຂ່າວສານດັ່ງກ່າວ, ລັດຖະບານ ປາຣາກວາຍ ເຊິ່ງປັດຈຸບັນພວມເປັນປະທານ ໝູນວຽນ Mercosur ໃຫ້ຮູ້ວ່າ ຈະພ້ອມກັບບັນດາປະເທດສະມາຊິກທີ່ຍັງເຫຼືອ ພິຈາລະນາບັນດາມາດຕະການທາງດ້ານນິຕິກຳ, ລະບອບລະບຽບການ ແລະ ແທດ ເໝາະກັບຄວາມຈິງ ທີ່ສຸດໃຫ້ແກ່ການຖອນຕົວຂອງ ອາກຊັງຕິນ ເພື່ອບໍ່ໃຫ້ເກີດຜົນສະທ້ອນເຖິງວິວັດທະນາການສ້າງ Mercosur ແລະ ບັນດາການເຈລະຈາ FTA ເຊິ່ງພວມຢູ່ໃນວິວັດການຜັນຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ