ອາກສັງຕິນ ແລະ ອາຊຽນ ຊຸກຍູ້ການຮ່ວມມື

(VOVWORLD) -ເອກອັກຄະລັດຖະທູດບັນດາປະເທດປະເທດອາຊຽນ ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍກວ່າອີກ
ອາກສັງຕິນ ແລະ ອາຊຽນ ຊຸກຍູ້ການຮ່ວມມື - ảnh 1ທ່ານລັດຖະມົນຕີການຕ່າງປະເທດອາກສັງຕິນ Felipe Sola ແລະ ເອກອັກຄະລັດຖະທູດບັນດາປະເທດປະເທດອາຊຽນ
(ພາບ: TTXVN)

ວັນທີ 19 ມີນາ, ທ່ານລັດຖະມົນຕີການຕ່າງປະເທດອາກສັງຕິນ Felipe Sola ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດບັນດາປະເທດອາຊຽນ ມີສຳນັກງານຕັ້ງຢູ່ Buenos Aires ລວມມີ ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ມາເລເຊຍ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານລັດຖະມົນຕີການຕ່າງປະເທດ Sola ຢືນຢັນວ່າ, ອາຊຽນ ໄດ້ສວມບົດບາດສຳຄັນໃນຍຸດທະສາດຂອງ ອາກສັງຕິນ ເປີດກວ້າງການຮ່ວມມືຜ່ານກຸ່ມຕະຫຼາດລວມອາຟະລິກາໃຕ້ (MERCOSUR) ເຊິ່ງປະເທດນີ້ແມ່ນສະມາຊິກ, ພ້ອມທັງສະແດງຄວາມປາດຖະໜາຢາກເພີ່ມທະວີ ແລະ ຫັນການພົວພັນດ້ານການຄ້າກັບບັນດາປະເທດອາຊຽນ ເປັນຫຼາຍຮູບຫຼາຍແບບ, ກໍ່ຄືຊຸກຍູ້ການລົງທຶນຜະລິດ ແລະ ຮ່ວມມືໃນຂົງເຂດເຕັກໂນໂລຊີສູງ.

        ສ່ວນເອກອັກຄະລັດຖະທູດບັນດາປະເທດປະອາຊຽນ ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍກວ່າອີກ, ບໍ່ພຽງແຕ່ໃນຂົງເຂດການເມືອງ, ເສດຖະກິດເທົ່ານັ້ນ ຫາກນັບທັງໃນຂົງເຂດວັດທະນະທຳ, ການສຶກສາ, ກິລາ, ວິທະຍາສາດເຕັກໂນໂລຊີ… ອີກດ້ວຍ, ຈາກນັ້ນປະຊາຊົນ ອາກສັງຕິນ ຈະມີຄວາມເຂົ້າໃຈກ່ຽວກັບພາກພື້ນອາຊຽນ ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ