ອາການສຸຂະພາບຂອງນັກສຶກສາ ແລະ ພົນລະເມືອງຫວຽດນາມຢູ່ຈີນຍັງເປັນປົກກະຕິດີຢູ່

(VOVWORLD) -ໄລ່ມາຮອດຈຸດເວລານີ້, ອາການສຸຂະພາບຂອງນັກສຶກສາ ແລະ ພົນລະເມືອງຫວຽດນາມ ເຫຼົ່ານັ້ນຍັງຢູ່ໃນສະພາບທີ່ເປັນປົກກະຕິ.

ວັນທີ 01 ກຸມພາ, ສະຖານທູດຫວຽດນາມ ປະຈຳຈີນ ໃຫ້ຮູ້ວ່າ, ປະຈຸບັນ ສະຖານທູດພວມຮັກສາການຕິດຕໍ່ກັບນັກສຶກສາເກືອບ 300 ຄົນ, ພໍ່ແມ່ພີ່ນ້ອງໃນຄອບຄົວໄປນຳ ແລະ ນັກທ່ອງທ່ຽວຫວຽດນາມ ຢູ່ກວ່າ 20 ທ້ອງຖິ່ນຂອງຈີນ ຢ່າງເປັນປົກກະຕິ. ໄລ່ມາຮອດຈຸດເວລານີ້, ອາການສຸຂະພາບຂອງນັກສຶກສາ ແລະ ພົນລະເມືອງຫວຽດນາມ ເຫຼົ່ານັ້ນຍັງຢູ່ໃນສະພາບທີ່ເປັນປົກກະຕິ.

          ປະຈຸບັນ, ຢູ່ນະຄອນ ອູ່ຫັ້ນ ມີນັກສຶກສາ ແລະ ພໍ່ແມ່ພີ່ນ້ອງ, ໃນນັ້ນມີທັງເດັກນ້ອຍປະມານ 30 ຄົນລ້ວນແຕ່ມີສຸຂະພາບແຂງແຮງດີຢູ່. ເອື້ອຍ ຫງວຽນທິຫຽນ, ນັກຄົ້ນຄວ້າລະດັບປະລິນຍາເອກ ຢູ່ມະຫາວິທະຍາໄລສ້າງຄູອູ່ຫັ້ນ, ໃຫ້ຮູ້ວ່າ.

          “ເມື່ອເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ລະບາດມາຮອດປະຈຸບັນ, ສະຖານທູດຫວຽດນາມ ປະຈຳຈີນ ກໍ່ໄດ້ເອົາໃຈໃສ່ເປັນພິເສດເຖິງຊີວິດການເປັນຢູ່, ກໍຄືສະພາບການຂອງນັກສຶກສາ ແລະ ພໍ່ແມ່ພີ່ນ້ອງທີ່ຍັງຢູ່ ອູ່ຫັ້ນ. ນັບແຕ່ຊຸມມື້ທຳອິດ, ຜູ້ຕາງໜ້າສະຖານທູດໄດ້ເປັນເຈົ້າການຕິດຕໍ່, ສ້າງບັນດາກຸ່ມຕິດຕໍ່ລວມເພື່ອຢື້ຢາມຖາມຂ່າວກ່ຽວກັບສະພາບການຂອງແຕ່ລະຄົນ, ແຕ່ລະໂຮງຮຽນ.”

          ສຳລັບກໍລະນີມີຊາວຫວຽດນາມ ໜຶ່ງຄົນຖືກຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່, ສະຖານທູດຫວຽດນາມ ໄດ້ຕິດຕໍ່ກັບບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງຢູ່ປະເທດປະຈຳຖິ່ນສະເໜີໃຫ້ເອົາໃຈໃສ່, ເບິ່ງແຍງ ແລະ ປິ່ນປົວໃຫ້ຜູ້ຕິດເຊື້ອຄົນດັ່ງກ່າວ.

          ກະຊວງການຕ່າງປະເທດຫວຽດນາມ ພວມເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ສ້າງແຜນການນຳພົນລະເມືອງຫວຽດນາມ ຢູ່ບັນດາເຂດທີ່ເກີດເຊື້ອພະຍາດດັ່ງກ່າວຢູ່ຈີນ ກັບເມືອປະເທດເມື່ອມີຄວາມຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ