ອາກ​ເມ​ນີ ແລະ ອາ​ແຊັກ​ໄບ​ຊານ ເຫັນ​ດີ​ເປັນ​ເອ​ກະ​ພາບ ຢຸດ​ຍິງ​ບົນ​ພື້ນ​ຖານ​ມະ​ນຸດ​ສະ​ທຳ

(VOVWORLD) - ທ່ານ Sergei Lavrov ຍົກອອກຄຳຖະແຫຼງດັ່ງກ່າວ ພາຍຫຼັງການເຈລະຈາ ທີ່ແກ່ຍາວເປັນເວລາ 10 ຊົ່ວໂມງ ກັບຄູ່ຮ່ວມຕຳແໜ່ງ ອາກເມນີ ແລະ ອາແຊັກໄບຊານ ຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ ໃນຕອນເຊົ້າວັນທີ 10 ຕຸລາ.
ອາກ​ເມ​ນີ ແລະ ອາ​ແຊັກ​ໄບ​ຊານ ເຫັນ​ດີ​ເປັນ​ເອ​ກະ​ພາບ ຢຸດ​ຍິງ​ບົນ​ພື້ນ​ຖານ​ມະ​ນຸດ​ສະ​ທຳ - ảnh 1 ພາບປະກອບ: AFP/TTXVN

ວັນທີ 10 ຕຸລາ, ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍໃຫ້ຮູ້ວ່າ ອາກເມນີ ແລະ ອາແຊັກໄບຊານ ເຫັນດີເປັນເອກະພາບຕໍ່ຄຳສັ່ງຢຸດຍິງ ຊຶ່ງມີຜົນສັກສິດນັບແຕ່ເວລາ 12 ໂມງ 00 ນາທີ ຂອງວັນທີ 10 ຕຸລາ ເປັນຕົ້ນໄປເພື່ອແນໃສ່ແລກປ່ຽນນັກໂທດ ແລະ ຊາກສົບຂອງຜູ້ເສຍຊີວິດ ໃນເຫດການປະທະກັນ. ອາກເມນີ ແລະ ອາແຊັກໄບຊານ ກໍ່ເຫັນດີເປັນເອກະພາບ ເລີ່ມດຳເນີນການເຈລະຈາ ເພື່ອມຸ່ງໄປເຖິງການແກ້ໄຂການປະທະກັນ.

        ທ່ານ Sergei Lavrov ຍົກອອກຄຳຖະແຫຼງດັ່ງກ່າວ ພາຍຫຼັງການເຈລະຈາ ທີ່ແກ່ຍາວເປັນເວລາ 10 ຊົ່ວໂມງ ກັບຄູ່ຮ່ວມຕຳແໜ່ງ ອາກເມນີ ແລະ ອາແຊັກໄບຊານ ຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ ໃນຕອນເຊົ້າວັນທີ 10 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ