ອາກ​ເມ​ເນຍ ຍົກ​ອອກ​ບັນ​ດາຫຼັ​ກການ​ພື້ນ​ຖານ​ຂອງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ເອ​ກະ​ພາບ ກັບ ອາ​ເຊັກ​ໄບ​ຢານ

(VOVWORLD) - ອາກເມເນຍ ແລະ ອາເຊັກໄບຢານ ໄດ້ຕົກລົງກັນຕໍ່ບັນດາຫຼັກການພື້ນຖານຂອງຂໍ້ຕົກລົງສັນຕິພາບ. ນີ້ແມ່ນຂໍ້ມູນໂດຍທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashinyan  ຍົກອອກມາ ໃນພິທີໄຂວາລະປະຊຸມລະດູໃບໄມ້ຫຼົ່ນ ຂອງສະພາລັດຖະສະພາ ອົງການຄວາມໝັ້ນຄັ້ງ ແລະ ຮ່ວມມື ເອີຣົບ (OSCE), ເຊິ່ງໄດ້ດຳເນີນໃນວັນທີ 18 ພະຈິກ ຢູ່ນະຄອນຫຼວງ Yerevan, ອາກເມເນຍ.
ອາກ​ເມ​ເນຍ ຍົກ​ອອກ​ບັນ​ດາຫຼັ​ກການ​ພື້ນ​ຖານ​ຂອງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ເອ​ກະ​ພາບ ກັບ ອາ​ເຊັກ​ໄບ​ຢານ - ảnh 1ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashinyan  (ພາບ: AFP/TTXVN)

ທ່ານປະທານາທິບໍດີ ອາກເມເນຍ ໃຫ້ຮູ້ວ່າ “ຕາມຫຼັກການທຳອິດ, ອາກເມເນຍ ແລະ ອາເຊັກໄບຢານ ຮັບຮອງຜືນແຜ່ນດິນອັນຄົບຖ້ວນຂອງກັນ ບົນພື້ນຖານຄວາມເຂົ້າໃຈວ່າ ດິນແດນຂອງ ອາກເມເນຍ ແມ່ນ 29.800 km2, ດິນແດນຂອງ ອາເຊັກໄບຢານ ແມ່ນ 86.600 km2.” ຫຼັກການທີ 2 ໄດ້ຊີ້ແຈ້ງພື້ນຖານດ້ານການເມືອງ ເພື່ອຈັດແຍກຊາຍແດນລະຫວ່າງ ອາກເມເນຍ ແລະ ອາເຊັກໄບຢານ ແມ່ນຖະແຫຼງການ Alma – Ata  ປີ 1991.

ການນຳ ອາກເມເນຍ ກໍໃສ່ໃຈວ່າ ຫຼັກການສັນຕິພາບທີ 3 ສຳລັບ ອາກເມເນຍ ແມ່ນບັນດາຊ່ອງທາງຕິດຕໍ່ພົວພັນໃນພາກພື້ນຕ້ອງໄດ້ເປີດຄືນໃໝ່ ໂດຍອີງໃສ່ຫຼັກການກ່ຽວກັບອະທິປະໄຕ, ສິດຕັດສິນ, ຊີ້ນໄປປາມາ ແລະ ຄວາມຍຸຕິທຳລະຫວ່າງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ