ອາຊີ ຈັດກອງປະຊຸມປຶກສາ ຫາລືກ່ຽວກັບການພັດທະນາ ແບບຢືນຍົງ

ອາຊີ ຈັດກອງປະຊຸມປຶກສາ ຫາລືກ່ຽວກັບການພັດທະນາ ແບບຢືນຍົງ - ảnh 1
ແຜນທີ່ທະວີບ ອາຊີ
(ພາບປະກອບ)

(vovworld) - ​ໃນ​ວັນ​ທີ 30 ​ແລະ 31/5, ຢູ່​ນະຄອນ ຊີ​ອານ, ​ແຂວງ​​ ສານ​ຊີ, ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ຈີນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ພິ​ເສດ​ຂອງ​ກອງ​ປະຊຸມ​ສາກົນ​ບັນດາ​ພັກ​ການ​ເມືອງ ອາຊີ (ICAPP) ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພັດທະນາ​ແບບ​ຢືນ​ຍົງ​ຢູ່​ທະວີບ. ດ້ວຍ​ຫົວ​ຂໍ້​ວ່າ “ພ້ອມ​ກັນ​ຊຸກຍູ້​ການ​ພັດທະນາ​ຂຽວ ​ແລະ ສ້າງ ອາ​ຊີ ​ໃຫ້​ສວຍ​ງາມ”, ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ​ບັນດາ​ຜູ້​ແທນ​ທີ່​ມາ​ຈາກ 50 ພັກ​ການ​ເມືອງ​ຂອງ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ. ມີ​ຜູ້​ແທນ​ປະມານ 200 ທ່ານ​ທີ່​ມາ​ຈາກ​ບັນດາ​ພັກ​ການ​ເມືອງ​ຢູ່ ອາບຟຣີກາ ​ແລະ ອາ​ເມ​ລິ​ກາ ລາຕີ​ງ ກໍ່​ເຂົ້າ​ຮ່ວມ​ດ້ວຍ​ຖານະ​ເປັນ​ບັນດາ​ນັກ​ສັງ​ເກດ​ການ. ​ICAPP ​ແມ່ນ​ເວທີ​ປາ​ໄສ​ຂອງ​ບັນດາ​ພັກ​ການ​ເມືອງ​ຂອງ​ບັນດາ​ປະ​ເທດ ອາຊີ ​ແລະ ທະວີບ​ມະຫາ​ສະໝຸດ, ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ເດືອນ 9/2000 ດ້ວຍ​ຈຸດໝາຍ​ແມ່ນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ບັນດາ​ພັກ​ການ​ເມືອງ, ຊຸກຍູ້​ການ​ຮ່ວມ​ມື ​ແລະ ສ້າງ​ຄວາມ​ຮັບ​ຮູ້​ດ້ານການ​ເມືອງ​ລວມກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ, ສ້າງ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ລວມ.

 

ຂ່າວ/ບົດ​ອື່ນ