ອາຊີ ຕ້ອນຮັບປີໃໝ່ປີກຸນ ດ້ວຍຄວາມເບີກບານມ່ວນຊືນ

(VOVWORLD) -ຢູ່ມາໄລເຊຍ, ຟີລິບປິນ, ມຽນມາ ກໍໄດ້ຕ້ອນຮັບປີໃໝ່ປີກຸນ ດ້ວຍການຍິງບັ້ງໄຟດອກທີ່ງາມຕາ

ບໍ່ສະເພາະຢູ່ຫວຽດນາມ ຕ້ອນຮັບບຸນເຕັດເທົ່ານັ້ນ, ປະຊາຊົນຢູ່ຫຼາຍປະເທດ ໃນອາຊີ ຄື ຈີນ, ສ.ເກົາຫຼີ, ມົງໂກນ, ສິງກະໂປ ກໍພວມຕ້ອນຮັບປີໃໝ່ປີກຸນ ດ້ວຍຄວາມເບີກບານໃຈເຊັ່ນກັນ. ໃນຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຢູ່ທົ່ວປະເທດຈີນ, ບັນຍາກາດຕ້ອນຮັບປີໃໝ່ ກໍຟົດຟື້ນດ້ວຍງານບຸນຕ່າງໆ ຊື່ງເຕັມໄປດ້ວຍສີສັນຫຼາກຫຼາຍຂອງໂຄມໄຟ, ແຜ່ນຄໍາຜະຫຍາ, ລະບົບແສງສີຢ່າງງາມຕາ ພ້ອມກັບບັນດາລາຍການສະແດງສິລະປະ ເພື່ອຄໍານັບຮັບຕ້ອນລະດູບານໃໝ່.

ອາຊີ ຕ້ອນຮັບປີໃໝ່ປີກຸນ ດ້ວຍຄວາມເບີກບານມ່ວນຊືນ - ảnh 1 ບັນຍາກາດຕ້ອນຮັບປີໃໝ່ຢູ່ ອິນໂດເນເຊຍ (ພາບ: vnexpress.net)

        ຢູ່ມາໄລເຊຍ, ຟີລິບປິນ, ມຽນມາ ກໍໄດ້ຕ້ອນຮັບປີໃໝ່ປີກຸນ ດ້ວຍການຍິງບັ້ງໄຟດອກທີ່ງາມຕາ. ຢູ່ຕາມວັດວາອາຮາມ, ມີຄົນມາໄວ້ບູຊາ ເພື່ອຂໍໂຊກຂໍລາບ ຢ່າງໜາແໜ້ນ. ຢູ່ທາດ ໂຕກຽວ, ເຊິ່ງແມ່ນສະຖານທີ່ທີ່ລືຊື່ໃນນະຄອນຫຼວງຂອງຍີ່ປຸ່ນ ເປັນຄັ້ງທໍາອິດ ໄດ້ແຈ້ງສະຫວ່າງ ດ້ວຍລະບົບດອກໄຟທີ່ມີີຄວາມແຮງສູງ ເນື່ອງໃນໂອກາດບຸນເຕັດປີີກຸນ. ສ່ວນຢູ່ ອິນໂດເນເຊຍ, ກໍໄດ້ດໍາເນີນບັນດາງານບຸນປະເພນີີ ເຊິ່ງແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນໂອກາດບຸນເຕັດ. ໃນຂະນະນັ້ນ, ບັນຍາກາດຕ້ອນຮັບບຸນເຕັດຢູ່ ໄທ, ກໍາປູເຈຍ, ມົງໂກນ ກໍຟົດຟື້ນມ່ວນຊື່ນເຊັ່ນກັນ.


ຕອບກັບ

ຂ່າວ/ບົດ​ອື່ນ