ອາຊີ ປຶກສາຫາລືວິທີ ສ້າງໂຄງປະກອບສື່ສານ ໂຄສະນາ

ອາຊີ ປຶກສາຫາລືວິທີ ສ້າງໂຄງປະກອບສື່ສານ ໂຄສະນາ - ảnh 1
ບັນດານັກ​ປາຖະ​ກະຖາອັນ​ດັບ​ໜຶ່ງ​ຂອງ​ໂລກ​
(ພາບ: TTXVN)


(vovworld) - ອາຊີປຶກສາ​ຫາລື​ວິທີ​ສ້າງ​ໂຄງ​ປະກອບການ​ສື່ສານໂຄສະນາ ​ແມ່ນ​ເນື້​ອ​ໃນ​ຕົ້ນ​ຕໍ່​ຂອງ​ມື້​ເຮັດ​ວຽກ​ທີ່ 2 ຂອງກອງ​ປະຊຸມ​ໃຫຍ່​ໂຄສະນາ​ອາຊີ​ຄັ້ງ​ທີ 28, ​ໃນ​ວັນ​ທີ 12/11. ທີ່ເຫດການລະດັບ​ພາກ​ພື້ນ​ນີ້, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​​ນັກ​ປາຖະ​ກະຖາອັນ​ດັບ​ໜຶ່ງ​ຂອງ​ໂລກ​ຫຼາຍ​ທ່ານແນະ​ນຳກ່ຽວ​ກັບ​ບັນດາ​ບັນຫາ​ທີ່ກ່ຽວ​ຂ້ອງ​ເຖິງ​ວິທີສ້າງ​ໂຄງ​ປະກອບການສື່ສານ​ໂຄສະນາ​ຄືນ​ໃໝ່ ກໍ່​ຄື​ບົດຮຽນ​ຂອງ​ກຸ່ມ​ບໍລິສັດ, ວິ​ສາ​ຫະກິດບາງ​ແຫ່ງ​ທີ່​ມີ​ຊື່​ສຽງ​ທົ່ວ​ໂລກ​ກ່ຽວ​ກັບ​ຂົງ​ເຂດ​ນີ້. ບັນດາ​ຄຳ​ເຫັນ​​ລ້ວນ​ແຕ່ຢືນຢັນ​ວ່າ ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ການສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄື​ນ​ໃໝ່ ​ແມ່ນ​ສ້າງ​ໂຄງ​ປະກອບ​ພື້ນຖານ​ ການ​ເຄື່ອນ​ໄຫວສື່ສານ​ໂຄສະ​ນາ​ ​ເພື່ອ​ກາຍ​ເປັນ​ເຄື່ອງໝາຍ​ຜະລິດ​ຕະພັນ ​ແລະ ການ​ບໍລິການ​ຂອງ​ວິ​ສາ​ຫະກິດ​​ມີຄວາມ​ສາມາດຄວບ​ຄຸມ​ຕະຫຼາດ​ຢ່າງ​ໝັ້ນ​ຄົງ, ເໝາະ​ສົມກັບ​ທ່າ​ອ່ຽງ​ໂຄສະນາ​ໃໝ່ ບົນ​ພື້ນຖານ​ເຄືອ​ຂ່າຍ​ອີນ​ເຕ​ີແນັດ ​ແລະ ​​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​​ໃນ​ໄລຍະ​ຫັນ​ເປັນທົ່ວ​ໂລກ ​ແລະ ​ເຊື່ອມ​ໂຍງ.

        ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ, ການ​ເຄື່ອນ​ໄຫວ​ໂຄສະນາ​ຢູ່​ຫວຽດນາມ ຍັງ​ໜຸ່ມ​ແໜ້ນ​ຢູ່. ສະ​ນັ້ນ, ຫວຽດນາມ ພວມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮໍ່າຮຽນ​ເອົາ​ບົດຮຽນ​ຈາກບັນດາ​ປະ​ເທດ​ໃນ​ໂລກ ​​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ໂຄສະນາ​ພັດ​ທະ​ນາກ​ວ່າອີກ.

ຂ່າວ/ບົດ​ອື່ນ