ອາຊີ - ປາຊີຟິກ ປຶກສາຫາລືກ່ຽວກັບການພັດທະນາພື້ນຖານໂຄງລ່າງດີຈີຕອນ

(VOVWORLD) - ກອງປະຊຸມຈັດຂຶ້ນແຕ່ວັນທີ 22-26 ພຶດສະພາ, ຕາມຮູບແບບເຊິງໜ້າສົມທົບກັບທາງໄກ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 500 ທ່ານ.
ອາຊີ - ປາຊີຟິກ ປຶກສາຫາລືກ່ຽວກັບການພັດທະນາພື້ນຖານໂຄງລ່າງດີຈີຕອນ - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: Vietnam+)

        ຕອນເຊົ້າວັນທີ 22 ພຶດສະພາ, ຢູ່ ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບອົງການໂທລະຄົມມະນາຄົມພາກພື້ນ ອາຊີ - ປາຊີຟິກ (APT) ຈັດກອງປະຊຸມກຸ່ມຖະແຫຼງຂ່າວຄວາມຖີ່ວິທະຍຸຂອງ APT ຄັ້ງທີ 31 (AWG-31).

        ກອງປະຊຸມຈັດຂຶ້ນແຕ່ວັນທີ 22-26 ພຶດສະພາ, ຕາມຮູບແບບເຊິງໜ້າສົມທົບກັບທາງໄກ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 500 ທ່ານ.

        ກອງປະຊຸມໄດ້ປຶກສາຫາລືຫຼາຍບັນຫາສຳຄັນໃນການຄຸ້ມຄອງຄວາມຖີ່, ຄຶ: ຊອກຫາຄວາມຖີ່ທີ່ມີຄວາມສາມາດບົ່ມຊ້ອນ 6G; ເຕັກໂນໂລຊີ 6G; ເປີດກວ້າງຄວາມຖີ່ໃຫ້ແກ່ອິນເຕີເນັດ wifi, ເຕັກໂນໂລຊີ 5G; ແບ່ງປັນມາດຕະການແກ້ໄຂກ່ຽວກັບກວດພົບ ແລະ ຕ້ານສະຖານນີສົ່ງສັນຍານປອມ; ນຳໃຊ້ຄວາມຖີ່ລວມລະຫວ່າງບັນດາເຄືອຂ່າຍໂທລະສັບມືຖື…

ຕອບກັບ

ຂ່າວ/ບົດ​ອື່ນ