ອາ​ຊີ ພວມ​ແມ່ນ​ທະ​ວີບ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼາຍ​ອັນ​ດັບ​ໜຶ່ງ​ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງຕອນເຊົ້າວັນທີ 5 ກໍລະກົດ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 184,54 ລ້ານຄົນ, ໃນນັ້ນ ມີກວ່າ 3,99 ລ້ານຄົນເສຍຊີວິດ.
ອາ​ຊີ ພວມ​ແມ່ນ​ທະ​ວີບ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຫຼາຍ​ອັນ​ດັບ​ໜຶ່ງ​ໃນ​ໂລກ - ảnh 1 ເອົາຕົວຢາງຫາເຊື້ອພະຍາດໂຄວິດ - 19 ຢູ່ ບໍລິສັດ Nidec Sankyo

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 325.245 ຄົນ ແລະ ມີ 5.877 ຄົນ ເສຍຊີວິດ. ອາຊີ ແມ່ນທະວີບທີ່ຢັ້ງຢືນມີຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຫຼາຍທີ່ສຸດ ດ້ວຍຈໍານວນ 146.190 ຄົນ ແລະ 2.313 ຄົນ ຕາມລຳດັບ. ໃນພາກພື້ນນີ້, ອິນເດຍ ແລະ ອິນໂດເນເຊຍ ສືບຕໍ່ແມ່ນຈຸດໃຈກາງຂອງໂລກລະບາດ.

ສ່ວນຢູ່ ຫວຽດນາມ, ຕາມຂ່າວພາກເຊົ້າຂອງວັນທີ 5 ກໍລະກົດ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 4 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 5 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 328 ຄົນ ຢູ່ 11 ແຂວງ, ນະຄອນ, ໃນນັ້ນ ນະຄອນ ໂຮ່ຈີມິນ ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດ ດ້ວຍ 175 ຄົນ, ຖັດຈາກນັ້ນແມ່ນແຂວງ ດົ່ງທາບ ດ້ວຍ 100 ຄົນ. ໄລ່ຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 20.261 ຄົນ, ໃນນັ້ນ ມີ 7.819 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີ 86 ຄົນ ເສຍຊີວິດ.

 


ຕອບກັບ

ຂ່າວ/ບົດ​ອື່ນ