ອາຊີຈະຈ່າຍຈຳນວນເງິນ20.000ຕື້USDຍ້ອນພົນລະເມືອງເຖົ້າແກ່

ອາຊີຈະຈ່າຍຈຳນວນເງິນ20.000ຕື້USDຍ້ອນພົນລະເມືອງເຖົ້າແກ່ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ຕາມ​ຜົນ​ແຫ່ງການ​ຄົ້ນ​ຄວ້າ​ທີ່​ໄດ້​ປະ​ກາດ​ໃນ​ວັນ​ທີ 25/08 ແລ້ວ, ພົນ​ລະ​ເມືອ​ງ​ອາ​ຊີ - ປາ​ຊີ​ຟິກ ພວມ “ເຖົ້າແກ່” ​ຢ່າງ​ໄວ​ກວ່າ​ບໍ່​ວ່​າເຂດ​ໃດໆ​ໃນ​ໂລກ, ພ້ອມ​ທັງ​ກ່າວ​ເຕືອນເລື່ອງ​ເພີ່ມ​ຈຳ​ນວນ​ຜູ້​ມີ​ອາ​ຍຸ​ສູງຈ​ະ​ເຮັ​ດ​ໃຫ​້​ພາກ​ພື້ນນີ້​ຕ້ອງ​ໃຊ້​ຈ່າຍ​ເຖິງ 20.000 ຕື້ USD ເຂົ້າ​ໃນ​ວຽກ​ງານ​ສົ່ງ​ເສີມ​ສຸ​ຂະ​ພາບໃຫ້​ແກ່​ຜູ້​ເຖົ້​າ​​ແຕ່ນີ້​ເຖິງ​ປີ 2030. ຕາມ​ການຄົ້ນ​ຄວ້າ​ຂອງ​ສູນ​​ຕີ​ລາ​ຄາ​ຄວາມ​ສ່ຽງອາ​ຊີ - ປາ​ຊີ​ຟິກ (APRC) ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ສິງ​ກະ​ໂ​ປ ແລ້ວ, ຮອດປີ 2030 ຈະ​ມີຄົນ​ສະ​ລາ​ຮອດ 511 ລ້ານ​ຄົນ. APRC ຄາດ​ຄະ​ເນ​ຄ່າ​ໃຊ້​ຈ​່າຍ​ເພື່ອ​​ສົ່ງ​ເສີມ​ສຸ​ຂະ​ພາບ​ໃຫ້​ຄົນ​ສະ​ລາ​​ຄາດວ່າ​ຂຶ້ນ​ເຖິງ 2,5 ຕື້ USD/ປີ, ຫຼາຍທົບ 5 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2015. APRC ກໍ່​ກ່າວ​ເຕືອນ​ວ່າ, ບັນ​ດາ​ລັດ​ຖະ​ບານ​ຕ້ອງ​ສຸ​ມ​ໃສ່ລົງ​ທຶນ​ເຂົ້າໃນ​ການ​ເບິ່ງ​ແຍງດ​ູ​ແລ​ຄົນ​ສະ​ລາຢ່າງ​ແຮງ, ພ້ອມ​ທັງ​ຕີ​ລາ​ຄາ​ວ່າ, ​ດ້ວຍລະ​ດັບ​ຄື​ປະ​ຈຸ​ບັນ “ແມ່ນບໍ່​ໝັ້​ນ​ຄົງ” ເມື່ອ​ຢູ່​ຫຼາຍ​ປະ​ເທດ, ຄ່​າ​ໃຊ້​ຈ່າຍ​ດ້ານ​ສາ​ທາ​ລະ​ນະ​ສຸກ​ເພີ່ມ​ຂຶ້ນ​ໄວ​ກວ່າ​ລະ​ດັບ​ການເຕີບ​ໂຕ​ເສດ​ຖະ​ກິດ.

ຂ່າວ/ບົດ​ອື່ນ