ອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບມີຄວາມສຳຄັນ ສຳລັບໂລກ


ອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບມີຄວາມສຳຄັນ ສຳລັບໂລກ - ảnh 1

ບັນດາ​ຜູ້​ແທນ​ເຂົ້າຮ່ວມກອງ​ປະຊຸມ​ສຳ​ມະ​ນາ

ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຢູ່​ມະຫາວິທະຍາ​ໄລ Oxford

(ພາບ: Lê Phương/Vietnam+)

 (vovworld)- ຕາມ​ຂໍ້​ໃຫ້​ສັງ​ເກ​ດລວ​ມຂອງບັນດາ​ນັກຮຽນ​ຮູ້​, ນັກຄົ້ນຄ້ວາ ​ແລະ ນັກ​ການ​ເມືອງ​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຊື່​ງຈັດ​ຂຶ້ນ​ໃນ​ວັນ​ທີ 22-23/3 ຜ່ານ​ມາ​ຢູ່​ມະຫາວິທະຍາ​ໄລ Oxford ປະ​ເທດ​ອັງກິດແລ້ວ, ປະຈຸ​ບັນ, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແມ່ນ​ພາກ​ພື້ນ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ການ​ເຊື່ອມ​ໂຍງ​ຢ່າງ​ໄວວາ. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ຢູ່ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ເຕື້ອງ​ເຖິງ​ບັນດາ​ບັນຫາ​ມີ​ລັກ​ສະ​ນະ​ສະຖານະ​ການ​ໃນ​ປະຈຸ​ບັນຢູ່ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄື: ວິວັດ​ການ​ປະຕິ​ຮູບ​ກົດໝາຍ ​ແລະ ກົນ​ໄກ, ການ​ເຊື່ອມ​ໂຍງ ​ແລະ ການ​ພັດທະນາ​ເສດຖະກິດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ…​ບັນດາ​ນັກຮຽນ​ຮູ້​ຖື​ວ່າ: ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມີ​ບັນດາ​ທ່າ​ໄດ້​ປຽບທີ່​ສຳຄັນ​ເພື່ອ​ກາຍ​ເປັນ​ພາກ​ພື້ນ ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແຕ່​ຍັງ​ສາມາດ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ເກີດ​ຂຶ້ນ​ໃໝ່ທີ່​ໄດ້​ນາບ​ຂູ່​ຄວາມໝັ້ນຄົງ​ປອດ​ໄພ. ສະນັ້ນ, ບັນດາ​ປະ​ເທດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຕ້ອງ​ມີ​ການ​ຮ່ວມ​ມື​ກັນຫຼາຍ​ກ່ວາ​ອີກ​ເພື່ອ​ແນ​ໃສ່​ແບ່ງປັນ​ແຫຼ່ງກຳລັງ ​ແລະ ຍົກສູງປະສິດທິ​ຜົນ. ບັນດ​ານັກຮຽນ​ຮູ້​ຖື​ວ່າ: ບົດບາດ​ຂອງ​ອາ​ຊຽນ ຕ້ອງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ແຮງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ການ​ພິພາດ​ອະທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະການ​​ໂດຍສັນຕິວິທີ./.

ຂ່າວ/ບົດ​ອື່ນ