ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ສະ​ພາບ​ການຄົນ​ບໍ່​ມີ​ສັນ​ຊາດ, ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ

(VOVWORLD) - ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຮັບປະກັນສິດມີສັນຊາດ ຫວຽດນາມ ໃຫ້ແກ່ປະຊາຊົນແຕ່ລະຄົນ, ຈຳກັດສະພາບການຄົນບໍ່ມີສັນຊາດ, ເພື່ອແນໃສ່ຮັບປະກັນສິດແລະ ຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ.
ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ສະ​ພາບ​ການຄົນ​ບໍ່​ມີ​ສັນ​ຊາດ, ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ - ảnh 1ການໂອ້ລົມສົນທະນາເຈົ້າໜ້າທີ່ອາວຸໂສ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການຈົດທະບຽນສຳມະໂນຄົວ , ເອກະສານສ່ວນຕົວ ແລະ ສະກັດກັ້ນສະພາບການບໍ່ມີສັນຊາດ (ພາບ: VOV)

ມີສັນຊາດແມ່ນພື້ນຖານທຳອິດເພື່ອໃຫ້ ບຸກຄົນໃດໜຶ່ງ ໄດ້ຮັບສິດຜົນປະໂຫຍດ ແລະ ປະຕິບັດພັນທະພົນລະເມືອງ. ເຖິງຢ່າງໃດກໍ່ຕາມ, ສະພາບການູຮບໍ່ມີສັນຊາດໃນປັດຈຸບັນຍັງແມ່ນສິ່ງທ້າທາຍສຳລັບບັນດາປະເທດ, ຮຽກຮ້ອງມຕ້ອງມີການຮ່ວມແຮງຮ່ວມໃຈ ເພື່ອຊອກຫາວິທີການແກ້ໄຂ.

ນີ້ແມ່ນຄຳເຫັນທີ່ໄດ້ຍົກອອກມາ ຢູ່ “ການໂອ້ລົມສົນທະນາເຈົ້າໜ້າທີ່ອາວຸໂສ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການຈົດທະບຽນສຳມະໂນຄົວ , ເອກະສານສ່ວນຕົວ ແລະ ສະກັດກັ້ນສະພາບການບໍ່ມີສັນຊາດ”, ທີ່ໄດ້ດຳເນີນໃນວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ. ເຫດການໂດຍກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບຫ້ອງການຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວອົບພະຍົບ (UNHCR) ພາກພື້ນ ອາຊີ - ປາຊີຟິກ ຮ່ວມການຈັດຂຶ້ນ. ທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຮັບປະກັນສິດມີສັນຊາດ ຫວຽດນາມ ໃຫ້ແກ່ປະຊາຊົນແຕ່ລະຄົນ, ຈຳກັດສະພາບການຄົນບໍ່ມີສັນຊາດ, ເພື່ອແນໃສ່ຮັບປະກັນສິດແລະ ຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ. ປັດຈຸບັນ, ຫວຽດນາມ ມີກອບນິຕິກຳທີ່ມີຄວາມສະດວກພໍສົມຄວນ ເພື່ອແກ້ໄຂບັນຫາສັນຊາດໃຫ້ແກ່ຈຳນວນຜູ້ບໍ່ມີສັນຊາດ ບົນດິນແດນ ຫວຽດນາມ. ພ້ອມກັນນັ້ນແມ່ນຄວາມມານະພະຍາຍາມສ້າງກົດໝາຍພາຍໃນປະເທດໃຫ້ສົມບູນແບບແລ້ວ, ຫວຽດນາມ ພວມຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງຢ່າງແໜ້ນແຟ້ນເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຜູ້ບໍ່ມີສັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ