ອາຊຽນ 2020: ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ສປຊ

(VOVWORLD) -  ຕອນຄ່ຳວັນທີ 21 ຕຸລາ 2020, ທ່ານ ຟ້າມບີ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສະຫະປະຊາຊາດ.
ອາຊຽນ 2020: ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ສປຊ - ảnh 1 ທ່ານ ຟ້າມບີ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: VGP)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມິງ ໄດ້ຕີລາຄາສູງບົດບາດຂອງສະຫະປະຊາຊາດ, ເປັນອົງການປະສານງານການກະທຳຮ່ວມຂອງບັນດາປະເທດ ແລະ ຕິດພັນກັບບັນດາຄວາມມານະພະຍາຍາມສາກົນ ເພື່ອຮັບປະກັນສັນຕິພາບ ແລະ ຊຸກຍູ້ການພັດທະນາແບບຍືນຍົງ. ເປັນປະທານ ອາຊຽນ 2020, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ແນະນຳກັບສະຫະປະຊາຊາດກ່ຽວກັບບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນປີຜ່ານມາ, ທັງສ້າງປະຊາຄົມ, ທັງຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ ບົນເນື້ອໃນຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມື.

        ເມື່ອເຕື້ອງເຖິງບັນຫາທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ອາຊຽນ. ທ່ານ ຟ້າມບີ່ງມິງ ເນັ້ນໜັກວ່າ ຄວນຫຼີກລ້ຽງບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ບໍ່ຫັນເປັນການທະຫານ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສາກົນກ່ຽວກັບກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດ (UNCLOS 1982); ໃຫ້ຄຳໝັ້ນສັນຍາປະຕິບັດຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສືບຕໍ່ບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ COC ຢ່າງມີປະສິດທິພາບ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ລວມທັງ UNCLOS 1982.

        ຫວຽດນາມ ກໍ່ແຈ້ງໃຫ້ບັນດາຝ່າຍຮັບຊາບກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ - ສະຫະປະຊາຊາດຄັ້ງທີ 11 ໃນເດືອນ ພະຈິກ 2020 ແລະ ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມສຳຄັນດັ່ງກ່າວໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ