ອາຊຽນ 2020: ຈີນ ຮຽກຮ້ອງໃຫ້ອາຊຽນ+3 ຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຊຸກຍູ້ເສດຖະກິດ

(VOVWORLD) - ຕາມສຳນັກຂ່າວສານຊີນຮົວແລ້ວ, ໃນວັນທີ 04 ມິຖຸນາ ທ່ານລັດຖະມົນຕີກະຊວງການຄ້າ ຈີນ ຈຸງຊານ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອາຊຽນ ພ້ອມກັບ 3 ປະເທດຄູ່ຮ່ວມມືລວມມີ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ (ອາຊຽນ+3) ເພີ່ມທະວີການຮ່ວມມືໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຊຸກຍູ້ການພັດທະນາເສດຖະກິດ.  
ອາຊຽນ 2020: ຈີນ ຮຽກຮ້ອງໃຫ້ອາຊຽນ+3 ຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຊຸກຍູ້ເສດຖະກິດ - ảnh 1ທ່ານລັດຖະມົນຕີກະຊວງການຄ້າ ຈີນ ຈຸງຊານ (ພາບ: Reuters) 

ທ່ານ ຈຸງຊານ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການກັບບັນດາປະເທດໃນພາກພື້ນຮັບມືກັບເຊື້ອພະຍາດ ແລະ ຈະສືບຕໍ່ໜູນຊ່ວຍບັນດາປະເທດເຫຼົ່ານີ້ຊື້ອຸປະກອນການແພດຈາກ ຈີນ. ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອາຊຽນ+3 ເພີ່ມທະວີການຮ່ວມມືການຄ້າ - ການລົງທຶນ ແລະ ເປີດກວ້າງລະບົບສະໜອງກໍ່ຄືອຸດສາຫະກຳໃນພາກພື້ນ, ພ້ອມທັງຮັກສາລ່ວງຕະຫຼອດບັນດາການເຄື່ອນໄຫວໄປມາຂອງປະຊາຊົນ ແລະ ບໍລິການພະລາທິການ, ແນໃສ່ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ-19 ແລະ ຟື້ນຟູທ່າເຕີບໂຕເສດຖະກິດພາກພື້ນໂດຍໄວ.

ໃນຂອບເຂດທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ເຫັນດີກ່ຽວກັບລະດັບຄວາມສຳຄັນຂອງຄວາມມານະພະຍາຍາມເພີ່ມທະວີການຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ການພັດທະນາເສດຖະກິດສຳລັບການຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ