ອາ​ຊຽນ 2020 : ຊຸກ​ຍູ້​ການ​ຮ່ວມ​ມື​ໃຫ້ເໝ​າ​ະ​ສົມ​ກັບ​ເປົ້າ​ໝາຍກໍ່ສ້າງອາ​ຊຽນ​ໃຫ້​ມີ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​​ຮັບ​ມື

(VOVWORLD) -ຕອນບ່າຍວັນທີ 4 ມິຖຸນາ, ການເຈລະຈາຂັ້ນສູງກ່ຽວກັບການເພີ່ມທະວີລັກສະນະຊ່ວຍເຫຼືອກັນລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ແລະ ໂຄງການດຳເນີນງານຂອງ ສປຊ ກ່ຽວກັບການພັດທະນາແບບຍື່ນຍົງ 2030 ຄັ້ງທີ 4 ໄດ້ຈັດຂຶ້ນທາງອອນລາຍ. 
ອາ​ຊຽນ 2020 : ຊຸກ​ຍູ້​ການ​ຮ່ວມ​ມື​ໃຫ້ເໝ​າ​ະ​ສົມ​ກັບ​ເປົ້າ​ໝາຍກໍ່ສ້າງອາ​ຊຽນ​ໃຫ້​ມີ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​​ຮັບ​ມື - ảnh 1 ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີ, ຫົວໜ້າ SOM ອາຊຽນ ຫວຽດນາມ

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໄດ້ເຂົ້າຮ່ວມການເຈລະຈາໃນຖານະເປັນປະທານອາຊຽນ 2020.

        ກ່າວຄຳເຫັນທີ່ການເຈລະຈາ, ທ່ານຫງວຽນກ໊ວກຢຸງເນັ້ນໜັກວ່າ : ດ້ວຍຫົວຂໍ້ອາຊຽນ 2020 ແມ່ນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ຫວຽດນາມໄດ້ເປັນເຈົ້າການ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມລວມຂອງ ອາຊຽນໃນການຮັບມືກັບບັນດາຜົນກະທົບຈາກໂລກລະບາດ Covid – 19 ໂດຍໄວ.

        ທ່ານ ຫງວຽນກ໊ວກຢຸງ ໄດ້ສະເໜີບາງການກຳນົດທິດເພື່ອແນໃສ່ປະຕິບັດວິວັດການໜູນຊ່ວຍກັນໄລຍະ 2020 – 2025 ຢ່າງມີປະສິດທິຜົນ, ໃນນັ້ນມີເລື່ອງຖືມະນຸດເປັນໃຈກາງໃນວິວັດການວາງແຜນນະໂຍບາຍ ກໍ່ຄືການຜັນຂະຫຍາຍບັນດາໂຄງການຕ່າງໆ.

        ໃນບົດບາດເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມຈະສືບຕໍ່ຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງ ໃຫ້ເໝາະສົມກັບເປົ້າໝາຍກໍ່ສ້າງອາຊຽນໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການ ຮັບມື, ມຸ່ງໄປເຖິງການຫັນວິໄສທັດ ອາຊຽນ2025ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ