ອາຊຽນ 2020: ຖະແຫຼງການຂອງປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36

(VOVWORLD) -ໃນຖານະບົດບາດເປັນປະທານອາຊຽນ 2020, ຫວຽດນາມ ໄດ້ອອກຖະແຫຼງການຂອງປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36
ອາຊຽນ 2020: ຖະແຫຼງການຂອງປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ)

ໃນຂອບເຂດບັນດາລາຍການຂອງປີປະທານອາຊຽນ 2020, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຖືກດຳເນີນໃນວັນທີ 26 ມິຖຸນາ ທາງອອນລາຍ ແລະ ບັນລຸໄດ້ຜົນສຳເລັດຢ່າງຈົບງາມ. ໃນຖານະບົດບາດເປັນປະທານອາຊຽນ 2020, ຫວຽດນາມ ໄດ້ອອກຖະແຫຼງການຂອງປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ດ້ວຍບາງເນື້ອໃນຕົ້ນຕໍ, ຄື:

        ຕາມຖະແຫຼງການປະທານ, ບັນດາການນຳອາຊຽນ ໄດ້ເນັ້ນໜັກເຖິງການເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ເປັນເອກະພາບນຳກັນ, ເຊື່ອມໂຍງທາງດ້ານເສດຖະກິດ, ຍົກສູງສະຕິຄວາມຮັບຮູ້ ແລະ ສີສັນອາຊຽນ, ຍົກສູງກຳລັງຄວາມສາມາດເປັນເຈົ້າການຮັບມືຂອງອາຊຽນ.

        ກ່ຽວກັບການກໍ່ສ້າງປະຊາຄົມອາຊຽນ, ບັນດາການນຳໄດ້ໃຫ້ຄຳໝັ້ນສັນຍາປະຕິບັດວິໄສທັດອາຊຽນ 2025, ມຸ່ງໄປເຖິງປະຊາຄົມອາຊຽນ ສາມັກຄີ, ມຸ່ງໄປເຖິງປະຊາຊົນ, ຖືປະຊາຊົນເປັນໃຈກາງ… ຢືນຢັນຄຳໝັ້ນສັນຍາຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ບັນດາການນຳໄດ້ເນັ້ນໜັກເຖິງເລື່ອງແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ, ເໝາະສົມກັບບັນດາຫຼັກການ, ກົດໝາຍສາກົນ.

        ກ່ຽວກັບບັນດາບຸລິມະສິດຕົ້ນຕໍໃນປີ 2020, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການວິໄສທັດບັນດາການນຳອາຊຽນ ກ່ຽວກັບອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ເພື່ອແນໃສ່ຮັກສາຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດໃຈກາງຂອງອາຊຽນ; ກຳແໜ້ນບັນດາກາລະໂອກາດ ແລະ ແກ້ໄຂບັນດາສິ່ງທ້າທາຍຫາກໍ່ພົ້ນເດັ່ນຂຶ້ນຢ່າງມີປະສິດທິຜົນ.

        ກ່ຽວກັບປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ, ການນຳບັນດາປະເທດອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຄຸ້ມຄອງຊາຍແດນ, ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ. ຕີລາຄາເລື່ອງປະເທດ Timor-Leste ຂໍເຂົ້າເປັນສະມາຊິກອາຊຽນ ໂດຍໄວ.

        ກ່ຽວກັບປະຊາຄົມເສດຖະກິດອາຊຽນ, ບັນດາການນຳໄດ້ໃຫ້ຄຳໝັ້ນສັນຍາຮັບປະກັນການເຕີບໂຕທາງດ້ານເສດຖະກິດແບບຍືນຍົງ, ມີຄວາມດຸ່ນດ່ຽງ, ຮອບດ້ານ ແລະ ປົກປ້ອງພື້ນຖານເສດຖະກິດຕໍ່ໜ້າບັນດາຄວາມສ່ຽງ ແລະ ຄວາມຂາດສະຖຽນລະພາບທົ່ວໂລກ; ໃຫ້ຄຳໝັ້ນສັນຍາຮັກສາຕະຫຼາດເປີດ, ສົມທົບກັນປະຕິບັດບັນດາມາດຕະການເພື່ອແນໃສ່ຫຼຸດຜ່ອນບັນດາຜົນກະທົບຈາກໂລກລະບາດໂຄວິດ-19 ຕໍ່ເສດຖະກິດ.

        ກ່ຽວກັບປະຊາຄົມວັດທະນະທຳ - ສັງຄົມອາຊຽນ, ບັນດາການນຳອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາສ້າງປະຊາຄົມອາຊຽນ ໃຫ້ມີຄວາມສະໜິດຕິດພັນກວ່າ, ນຳມາເຊິ່ງຜົນປະໂຫຍດຫຼາຍກວ່າໃຫ້ແກ່ປະຊາຊົນອາຊຽນ, ບໍ່ໃຫ້ຜູ້ໃດຕົກຢູ່ທາງຫຼັງໃນການພັດທະນາຢ່າງຮອບດ້ານ ແລະ ໝັ້ນຄົງ.

        ກ່ຽວກັບການພົວພັນຕ່າງປະເທດຂອງອາຊຽນ, ບັນດາການນຳອາຊຽນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເພີ່ມທະວີການສົມທົບກັນ ແລະ ການຮ່ວມມືຢູ່ພາກພື້ນ ແລະ ສາກົນກັບບັນດາຄູ່ຮ່ວມມືພາຍນອກ.

        ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ບັນດາການນຳອາຊຽນ ໄດ້ຢືນຢັນຄວາມສຳຄັນຂອງເລື່ອງຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ ແລະ ຮັບປະກັນວ່າ ທະເລຕາເວັນອອກ ແມ່ນເຂດທະເລທີ່ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ບັນດາການນຳໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງ COC ຢ່າງມີປະສິດທິຜົນ ແລະ ແທດຈິງ, ເໝາະສົມກັບກົດໝາຍສາກົນ. ບັນດາການນຳໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງປອດການຫັນເປັນການທະຫານ ແລະ ລະງັບໃຈດ້ວຍຕົນເອງໃນການປະຕິບັດທຸກການກະທຳຂອງບັນດາຝ່າຍທວງສິດ ແລະ ບັນດາປະເທດອື່ນ ອາດຈະເຮັດໃຫ້ສະພາບການເຄັ່ງຕຶງ ແລະ ສັບສົນຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ