ອາ​ຊຽນ 2020: ບັນ​ດາ​ລັດ​ຖະ​ມົນ​ຕີ​ສືບ​ຕໍ່ໂຮມ​ປະ​ຊຸ​ມ​ທາງ​ອອນ​ລາຍ

(VOVWORLD) -ໃນລະຫວ່ງວັນທີ 9 – 11 ພະຈິກ, ບັນດາລັດຖະມົນຕີຮັບຜິດຊອບບັນດາເສົາຄ້ຳ ປະຊາຄົມ ອາຊຽນ ແລະ ບັນດາເຈົ້າໜ້າທີ່ອາວຸໂສ ໂຮມປະຊຸມວາລະຈັດກຽມຕາມຮູບການທາງອອນລາຍ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
ອາ​ຊຽນ 2020: ບັນ​ດາ​ລັດ​ຖະ​ມົນ​ຕີ​ສືບ​ຕໍ່ໂຮມ​ປະ​ຊຸ​ມ​ທາງ​ອອນ​ລາຍ - ảnh 1ທ່ານຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ຫວຽດນາມໄດ້ເປັນປະທານວາລະຈັດກຽມຕາມຮູບການທາງອອນລາຍ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 (ພາບ: TTXVN)

ຕາມລາຍການ, ວັນທີ 10 ພະຈິກຈະດຳເນີນບັນດາການເຄື່ອນໄຫວຄື: ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ, ກອງປະຊຸມສະມັດຊາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນຄັ້ງທີ 22, ກອງປະຊຸມສະມັດຊາປະສານງານ ອາຊຽນຄັ້ງທີ 28, ພິທີລົງນາມເອກະສານເຂົ້າຮ່ວມສົນທິສັນຍາເປັນມິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້, ກອງປະຊຸມຈັດກຽມຂັ້ນລັດຖະມົນຕີເສດຖະກິດ ອາຊຽນ, ກອງປະຊຸມສະມັດຊາປະຊາຄົມເສດຖະກິດ ອາຊຽນຄັ້ງທີ 19, ການໂອ້ລົມສົນທະນາຕາມຮູບການ Troika ເປີດກ້ວາງ ລະຫວ່າງ ລັດຖະມົນຕີເສດຖະກິດ ອາຊຽນ ແລະ ລັດຖະມົນຕີການຄ້າ ສະວິດ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງແມ່ນໂອກາດສຳຄັນເພື່ອໃຫ້ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ຍົກອອກບັນດານະໂຍບາຍຕັດສິນຊີ້ຂາດ, ການຊີ້ນຳສຳຄັນກ່ຽວກັບການຮ່ວມມື ອາຊຽນ  ແລະ ການພົວພັນກັບບັນດາຄູ່ຮ່ວມມື, ນະໂຍບາຍຂອງ ອາຊຽນສຳລັບບັນດາບັນຫາໃນພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະທົບຕໍ່ພາກພື້ນໃນໄລຍະຈະມາເຖິງ. ນີ້ກໍ່ແມ່ນບັນດາການເຄື່ອນໄຫວທີ່ມີຄວາມໝາຍພິເສດ, ສິ້ນສຸດລົງອາຍຸການປະທານອາຊຽນ 2020 ຂອງ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ